• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລື ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ

ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢຶນວ່າ: ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ, ວິກິດການທັນຍາພືດພວມເກີດຂຶ້ນຢ່າງໜັກໜ່ວງ ແລະ ກາຍເປັນໄພນາບຂູ່ຕົ້ນຕໍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກທີ່ແທ້ຈິງ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 13 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນດາປັດໄຈທີ່ກໍ່ໃຫ້ເກີດໄພອຶດຫິວຢູ່ຫຼາຍບ່ອນໃນໂລກ. ຜູ້ຕາງໜ້າຂອງເກືອບ 90 ປະເທດສະມາຊິກ ສປຊ ໄດ້ເຂົ້າຮ່ວມການປຶກສາຫາລືຕາມການສະເໜີຂອງ Guyana - ເຊິ່ງເປັນປະເທດດຳລົງຕຳແໜ່ງເປັນປະທານໝູນວຽນ ສະພາຄວາມໝັ້ນຄົງ ເດືອນ ກຸມພາ.

ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢຶນວ່າ: ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ, ວິກິດການທັນຍາພືດພວມເກີດຂຶ້ນຢ່າງໜັກໜ່ວງ ແລະ ກາຍເປັນໄພນາບຂູ່ຕົ້ນຕໍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກທີ່ແທ້ຈິງ. ຕາມ ສປຊ ແລ້ວ, ວິນາດສະກຳດ້ານດິນຟ້າອາກາດ ພວມເຮັດໃຫ້ວິກິດການມະນຸດສະທຳຮ້າຍແຮງຂຶ້ນຢູ່ຫຼາຍບ່ອນໃນໂລກ ແລະ ໃນຈຳນວນ 14 ປະເທດມີຄວາມສ່ຽງສູງສຸດຈາກສະພາບການປ່ຽນແປງຂອງດິນຟ້າອາກາດນັ້ນ, ມີ 13 ປະເທດພວມຕ້ອງປະເຊີນໜ້າກັບວິກິດການມະນຸດສະທຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.

(ແຫຼ່ງຄັດຈາກ VOV)

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ສົ່ງ​ສານ​ອວຍ​ພອນ​ມາ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

Top