• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບບັນຫາອາວຸດຜິດກົດໝາຍ

      ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ ກ່າວຄຳປາໄສຢູ່ກອງປະຊຸມໂດຍເນັ້ນໜັກຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ໃນນັ້ນມີກົດໝາຍວ່າດ້ວຍມະນຸດສະທຳ ແລະ ບັນດາສົນທິສັນຍາສາກົນ
ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ ກ່າວຄຳປາໄສຢູ່ກອງປະຊຸມ
(ພາບ: baoquocte.vn)
      ໃນວັນທີ 22 ພະຈິກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການປຶກສາຫາລື ກ່ຽວກັບຜົນກະທົບຂອງອາວຸດຜິດກົດໝາຍຕໍ່ກັບສັນຕິພາບ ແລະ ຄວາມສະຫງົບ. ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ, ຫົວໜ້າຄະນະປະຕິບັດງານຂອງ ຫວຽດນາມ ຢູ່ສະຫະປະຊາຊາດ ກ່າວຄຳປາໄສຢູ່ກອງປະຊຸມໂດຍເນັ້ນໜັກຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ໃນນັ້ນມີກົດໝາຍວ່າດ້ວຍມະນຸດສະທຳ ແລະ ບັນດາສົນທິສັນຍາສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ; ເອົາໃຈໃສ່ເຖິງບັນດາລັກສະນະສະພາບຂອງພາກພື້ນ, ປະເທດຕົວຈິງສະໜັບສະໜູນການສ້າງກຳລັງຄວາມສາມາດໃນການແກ້ໄຂບັນດາບັນຫາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍພາຍຫຼັງການປະທະກັນ; ມີວິທີສຳຜັດໂດຍລວມ, ມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ ກໍ່ເນັ້ນໜັກບັນດາປະເທດມີໜ້າທີ່ຫຼັກກ່ຽວກັບການຮັບປະກັນການຄຸ້ມຄອງ, ຕິດຕາມກວດກາອາວຸດ, ຕ້ານອາດຊະຍາກຳ ແລະ ອາວຸດຜິດກົດໝາຍ; ຕ້ອງຮັບປະກັນສິດອັນຊອບທຳຂອງບັນປະເທດ ກ່ຽວກັບການຈັດຊື້, ຜະລິດ, ການມອບຮັບ ແລະ ການເປັນກຳມະສິດອາວຸດ ເພື່ອເປົ້າໝາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
 (ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top