• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ

ກອງປະຊຸມສຳມະນາວິທະຍາສາດ ລວມມີເກືອບ 70 ບົດທາບທາມຄວາມເຫັນ, ສຸມໃສ່ເນື້ອໃນຕ່າງໆຄື: ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ ໃນປະຫວັດສາດ.
ການແນະນຳກ່ຽວກັບສະຖາປັດຕະຍາກຳຂອງສາສະໜາພຸດ ຫວຽດນາມ (ພາບ:giacngo.vn)

ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ, ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດໂດຍ ຄະນະວັດທະນະທຳສູນກາງ ສາສະໜາພຸດ ຫວຽດນາມ ສົມທົບກັບສະຖາບັນຄົ້ນຄ້ວາ ສາສະໜາ, ສະຖາບັນອະນຸລັກຮັກສາປູຊະນີຍະສະຖານ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ຈັດຂຶ້ນໃນວັນທີ 15 ເມສາ ຢູ່ຮ່າໂນ້ຍ. ກໍ່ໃນວັນທີ 15 ເມສາ, ຄະນະຈັດຕັ້ງໄດ້ໄຂງານວາງສະແດງ “ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ” ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ທີ່ນະຄອນຫຼວງ ຮ່າໂນ້ຍ.

ກອງປະຊຸມສຳມະນາວິທະຍາສາດ ລວມມີເກືອບ 70 ບົດທາບທາມຄວາມເຫັນ, ສຸມໃສ່ເນື້ອໃນຕ່າງໆຄື: ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ ໃນປະຫວັດສາດ. ສະຖາປັດຕະຍາກຳ ຫວຽດນາມ ໃນປະຈຸບັນ. ການກຳນົດທິດ, ວິທີແກ້ໄຂດ້ານສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ…

ນັບແຕ່ເວລາເຂົ້າມາ ຫວຽດນາມ, ກ່ອນນີ້ປະມານ 2000 ປີ, ສາສະໜາພຸດ ມີການປະສານສົມທົບກັບບັນດາການເຫຼື້ອມໃສຂອງທ້ອງຖິ່ນ ແລະ ກາຍເປັນປັດໄຈສຳຄັນສ້າງເປັນພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ໃນວິວັດການໂຄສະນາ, ສາສະໜາພຸດ ຄ່ອຍໆກາຍເປັນພື້ນຖານດ້ານວັດຖຸຄື: ລະບົບວັດວາອາຮາມ… ດ້ວຍປະຫວັດສາດແຫ່ງການພັດທະນາ, ສາສະໜາພຸດ ໄດ້ປະໄວ້ສາງມໍລະດົກສະຖາປັດຕະຍາກຳ ສາສະໜາພຸດທີ່ອຸດົມສົມບຸນ, ປະກອບສ່ວນສ້າງສາງມໍລະດົກວັດທະນະທຳ ຫວຽດນາມ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

Top