• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ລາວ ປະຈໍາ ຫວຽດນາມ ຈັດການເຜີຍແຜ່, ເຊື່ອມຊຶມ, ປາຖະກະຖາ ເອກະສານສຳຄັນຂອງພັກ, ຂອງຊາດ

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີເອກະສານ 6 ສະບັບ.
  ບັນດາຜູ້ແທນເຂົ້າຮ່ວມການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ (ພາບ: ໂອລຳ ຈັນທະວິໄລ)  

 ວັນທີ 28 ມີນາ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຈັດການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງໄຊ  ອິນທະຄຳຮອງເລຂາຄະນະພັກຮາກຖານ ໂດຍການເຂົ້າຮ່ວມຮັບຟັງຂອງຄະນະນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວພະນັກງານສະຖານທູດ ຈຳນວນ 40 ສະຫາຍ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີເອກະສານ 6 ສະບັບເຊັ່ນ: ເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ເອກະສານ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ , ເອກະສານ ລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ, ເອກະສານ ວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ເອກະສານ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເອກະສານຜົນສຳເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ໃນການເຜີຍແຜ່ເອກະສານຄັ້ງນີ້ ສະຫາຍ ວົງໄຊ  ອິນທະຄຳຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ຈັນທະພອນ  ຄຳມະນີຈັນ ກຳມະການຄະນະພັກຮາກຖານ, ປະທານກວດກາພັກ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເອກະສານດັ່ງກ່າວ, ແຕ່ລະສະຫາຍກໍໄດ້ເນັ້ນໃຫ້ພະນັກງານນັກການທູດຈົ່ງພ້ອມກັນຄົ້ນຄວ້າໃຫ້ເຂົ້າໃຈ ແລະ ກຳໄດ້ບັນດາເຫດການ ການເມືອງທີ່ສຳຄັນຂອງພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການຝຶກຝົນຫຼໍ່ຫຼອມ ແລະ ປະຕິບັດວຽກງານວິຊາສະເພາະຂອງຕົນ.


(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top