• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ຮຽກຮ້ອງເພີ່ມການອຸປະຖຳ ເພື່ອໃຫ້ບັນດາປະເທດຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

      ໃນຖະແຫຼງການຂອງຕົນ, ອົງການການຄ້າ ແລະ ພັດທະນາຂອງ ສປຊ (UNCTAD) ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີຄວາມມານະພະຍາຍາມທົ່ວໂລກ ເພື່ອແກ້ໄຂວິກິດການດ້ານດິນຟ້າອາກາດ, ດ້ວຍຈຸດສຸມແມ່ນ ໜູນຊ່ວຍປະເທດທຸກຍາກ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ພາບປະກອບ: TTXVN
      ວັນທີ 28 ຕຸລາ, ສປຊ ໄດ້ເນັ້ນໜັກ ຢູ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍ ທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ເຊິ່ງຈະດຳເນີນຢູ່ Glasgow (ອັງກິດ)ວ່າ ບັນດາປະເທດຄວນເພີ່ມທະວີການອຸປະຖຳໃຫ້ແກ່ປະເທດພວມພັດທະນາເພື່ອຍົກສູງຄວາມສາມາດໃນການຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນວິທີການສຳຜັດທີ່ມີຄວາມໝາຍສຳຄັນທີ່ສຸດ ຢູ່ ປະເທດພວມພັດທະນາ, ປະເທດທີ່ມີຄວາມສ່ຽງສູງກ່ວາໝູ່ ຕໍ່ໄພທຳມະຊາດ.
      ໃນຖະແຫຼງການຂອງຕົນ, ອົງການການຄ້າ ແລະ ພັດທະນາຂອງ ສປຊ (UNCTAD) ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີຄວາມມານະພະຍາຍາມທົ່ວໂລກ ເພື່ອແກ້ໄຂວິກິດການດ້ານດິນຟ້າອາກາດ, ດ້ວຍຈຸດສຸມແມ່ນ ໜູນຊ່ວຍປະເທດທຸກຍາກ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມການຄາດຄະເນແລ້ວ, ຮອດປີ 2030, ບັນດາປະເທດພວມພັດທະນາອາດຈະ ຕ້ອງການເງິນເຖິງ 300 ຕື້ USD ເພື່ອຮັບມືກັບການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຕົວເລກນີ້ ອາດຈະຂຶ້ນເຖິງ 500 ຕື້ USD ໃນປີ 2050.
(ແຫຼ່ງຄັດຈາກ VOV)

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top