• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ສືບຕໍ່ຮຽກຮ້ອງໃຫ້ຢຸດຍິງໃນທົ່ວໂລກ

      ວັນທີ 3 ເມສາ, ທ່ານ Antonio Guterresເລຂາທິການໃຫຍ່ ສປຊ ອີກຄັ້ງໜຶ່ງໄດ້ມີຄຳສັ່ງຮຽກຮ້ອງໃຫ້ຢຸດຍິງໃນທົ່ວໂລກ, ເລັ່ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນປົດອາວຸດ, ເພື່ອໃຫ້ບັນດາປະເທດທີ່ພວມຖືກສົງຄາມທຳລາຍສຸມໃສ່ການຮັບມືກັບໂລກລະບາດ Covid– 19. 

ທ່ານ Antonio Guterresເລຂາທິການໃຫຍ່ ສປຊ (ພາບ: THX/TTXVN)
      ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຂອງສປຊ, ທ່ານ Guterres ຢັ້ງຢືນວ່າ ບັນດາສິ່ງທີ່ຮ້າຍແຮງທີ່ສຸດຍັງບໍ່ທັນເກີດຂຶ້ນ, ພິເສດແມ່ນສຳລັບບັນດາປະເທດພວມມີການປະທະກັນຄື ຊີຣີ, ລີບີ ແລະ ເຢແມນ. ທ່ານ Guterres ເນັ້ນໜັກວ່າ ໄດ້ມີບັນດາຄວາມຄືບໜ້າທີ່ດີພໍສົມຄວນພາຍຫຼັງຄຳຮຽກຮ້ອງໃຫ້ຢຸດຕິການສູ້ຮົບທຳອິດໃນວັນທີ 23 ມີນາ ທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ການປະທະກັນຍັງເກີດຂຶ້ນຢູ່ບາງປະເທດເຮັດໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນບໍ່ສາມາດຂຶ້ນແຜນການຮັບມືກັບໂລກລະບາດ Covid– 19 ໄດ້.
            ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ ສປຊກໍ່ສະແດງຄວາມຂອບໃຈເຖິງການສະໜັບສະໜູນຢຸດຕິການສູ້ຮົບຂອງ ກ່ວາ 70 ປະເທດ ແລະ ບັນດາການນຳອົງການສາສະໜາກໍ່ຄືບັນດາອົງການບໍ່ຂຶ້ນກັບລັດຖະບານ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top