ຂ່າວສານ
ສປຊ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກນັບມື້ນັບປະກອບສ່ວນສຳຄັນໃຫ້ແກ່ປະຊາຄົມສາກົນ
ວັນທີ 30 ມັງກອນ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ມີການເຮັດວຽກກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres ເພື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ສະຫະປະຊາຊາດ ໃນປີ 2025.
ເນື່ອງໃນໂອກາດວັນທຳອິດຂອງບຸນເຕັດປີມະເສັງ 2025, ທ່ານເລຂາທິການໃຫຍ່ António Guterres ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ປະຊາຊົນ ຫວຽດນາມ; ທ່ານສະແດງຄວາມປາດຖະໜາຢາກມາຢ້ຽມຢາມ ປະເທດ ຫວຽດນາມ ຄືນໃໝ່. ເມື່ອອວຍພອນບັນດາຜົນງານທີ່ໜ້າປະທັບໃຈໃນການພັດທະນາເສດຖະກິດ - ສັງຄົມທີ່ ຫວຽດນາມ ບັນລຸໄດ້ໃນປີ 2024, ທ່ານ António Guterres ຢືນຢັນວ່າ, ສະຫະປະຊາຊາດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບ, ມີບົດບາດ ແລະ ນັບມື້ນັບສວມບົດບາດສຳຄັນໃຫ້ແກ່ປະຊາຄົມສາກົນ.
ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢືນຢັນການສະໜັບສະໜູນບັນດາບຸລິມະສິດຂອງທ່ານເລຂາທິການໃຫຍ່ ສປຊ ໃນທຸກເສົາຄ້ຳປະຕິບັດງານຂອງສະຫະປະຊາຊາດໃນປີ 2025, ທ່ານເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ປາດຖະໜາ ແລະ ພ້ອມແລ້ວຈະປະກອບສ່ວນທີ່ນັບມື້ນັບມີປະສິດທິຜົນ, ແທດຈິງ, ເຂົ້າໃນວຽກງານລວມຂອງສະຫະປະຊາຊາດ.