• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ແນວ​ຄິດ​ຂອງ​ພັກ: ຖື​ມະ​ນຸດ​ເປັນ​ໃຈ​ກາງ, ພະ​ລັກ​ງານ​ແມ່ນຫຼັກ​ແຫຼ່ງ, ປະ​ຊາ​ຊົນ​ແມ່ນ​ໄມ້​ວັດ​ແທກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ໂຄ​ສະ​ນາສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຍຸດ​ທະ​ສາດ​ວຽກ​ງານ​ແນວ​ຄິດ​ຂອງ​ພັກ ໃນ​ສະ​ພາບ​ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ກ່າວ​ຄຳ​ເຫັນ​ຊີ້​ນຳ (ພາບ: VOV)  

ຕ່ອນ​ບ່າຍ​ວັນ​ທີ 15 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ໂຄ​ສະ​ນາສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຍຸດ​ທະ​ສາດ​ວຽກ​ງານ​ແນວ​ຄິດ​ຂອງ​ພັກ ໃນ​ສະ​ພາບ​ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ແຜນ​​ຕ້ອງ​ເຊື່ອມ​ຊືມ 4 ທັດ​ສະ​ນະ​ຊີ້​ນຳ​ໃຫຍ່, ໃນ​ນັ້ນ​ຕ້ອງ​ຢຶດ​ໝັ້ນ​ຕໍ່​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ພ້ອມ​ທັງ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ ວິ​ທີ​ການ​ວຽກ​ງານ​ແນວ​ຄິດ. ທ່ານ​ໃຫ້​ຮູ້​ວ່າ:

ວຽກ​ງານ​ແນວ​ຄິດ​ບໍ່​ພຽງ​ແຕ່​ໂຄ​ສະ​ນາ, ສຶກ​ສາ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ກະ​ກຽມ​ຄວາມ​ຮູ້​ບ​ຮູ້​ສັງ​ຄົມ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດ້ານ​ນະ​ໂຍ​ບາຍ, ປັບ​ປ​ຸ​ງ​ລະ​ບຽບ​ວິ​ໄນ, ສະຫຼຸບ​ການ​ປະ​ຕິ​ບັດ​ໃນ​ຕົວ​ຈິງ, ພັດ​ທ​ະ​ນາ​ທິດ​ສະ​ດີ, ປົກ​ປ້ອງ​ອິດ​ທິ​ພົນ​ຊື່​ສຽງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ, ລັດ ແລະ ລະ​ບົບ. ຕ້ອງ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ ການ​ກໍ່​ສ້າງ ແລະ ປ້ອງ​ກັນ,ຖື​ການ​ກໍ່​ສ້າງ​ເປັນ​ກົກ, ຖື​ການ​ຕ້ານ​ເປັນ​ໜ້າ​ທີ່​ປະ​ຕິ​ບັດ​ເປັນ​ປະ​ຈຳ.

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top