• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ຢູ່ ຮ່າ​ໂນ້ຍ ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ ແລະ ຂໍ້​ກຳ​ນົດ​ຂອງ ກົດ​ໝາຍ

ຮ່າໂນ້ຍແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຈຳນວນສະມາຊິກໄດ້ຮັບການເລືອກຕັ້ງຫຼາຍທີ່ສຸດໃນທົ່ວປະເທດ ດ້ວຍສະມາຊິກສະພາແຫ່ງຊາດ 32 ທ່ານ ແລະ ສະມາຊິກສະພາປະຊາຊົນນະຄອນ 125 ທ່ານ.
  ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຄັກດິ້ງ ໄປກວດກາສະຖານທີ່ ເລືອກຕັ້ງ (ພາບ: Vietnam+)  

ຕອນບ່າຍວັນທີ 26 ກຸມພາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຄັກດິ້ງ, ຫົວໜ້າຄະນະຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ສະພາເລືອກຕັ້ງແຫ່ງຊາດ, ໄດ້ເຮັດວຽກກັບຄະນະກຳມະການເລືອກຕັ້ງນະຄອນ ຮ່າໂນ້ຍ ກ່ຽວກັບວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ອາຍຸການ 2026 – 2031.

ຮ່າໂນ້ຍແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຈຳນວນສະມາຊິກໄດ້ຮັບການເລືອກຕັ້ງຫຼາຍທີ່ສຸດໃນທົ່ວປະເທດ ດ້ວຍສະມາຊິກສະພາແຫ່ງຊາດ 32 ທ່ານ ແລະ ສະມາຊິກສະພາປະຊາຊົນນະຄອນ 125 ທ່ານ. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຕີລາຄາວ່າ ມາຮອດປັດຈຸບັນ, ວຽກງານກະກຽມການເລືອກຕັ້ງຂອງຮ່າໂນ້ຍໄດ້ຜັນຂະຫຍາຍຢ່າງຮອບດ້ານ, ມີແບບມີແຜນ, ຄົບຊຸດ, ຮັບປະກັນຖືກຕ້ອງຄວາມຄືບໜ້າ ແລະ ຂໍ້ກຳນົດຂອງ ກົດໝາຍ. ນັບແຕ່ນີ້ຮອດວັນທີ 15 ມີນາ, ທາງນະຄອນຕ້ອງສືບຕໍ່ຈັດແບ່ງຄົນຢ່າງຈະແຈ້ງ, ວຽກງານຈະແຈ້ງ, ມີຄວາມຮັບຜິດຊອບຢ່າງຈະແຈ້ງ”, ຕິດຕາມຄວາມຄືບໜ້າຂອງແຕ່ລະວຽກງານຢ່າງໃກ້ຊິດ, ສືບຕໍ່ສຳຫຼວດກວດຄືນ, ອັບເດດໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຮັບປະກັນສິດເລືອກຕັ້ງຂອງພົນລະເມືອງ. ພ້ອມກັນນັ້ນ, ກໍ່ສືບຕໍ່ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ອນ, ໃນ ແລະ ຫຼັງວັນເລືອກຕັ້ງ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.

Top