• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານຈັດວາງ, ສັບຊ້ອນສື່ມວນຊົນຕ້ອງມີວິວັດການເພື່ອສ້າງຄວາມຫັນປ່ຽນຢ່າງແທດຈິງ

      ໜ້າການແກ່ງແຍ້ງຂອງສື່ສັງຄົມອອນລາຍ, ທ່ານຮອງນາຍົກລັດຖະມົນຕີ ຖືວ່າ, ສື່ມວນຊົນຕ້ອງໄດ້ຮັບຂໍ້ມູນຢ່າງຈະແຈ້ງໄວທີ່ສຸດເທົ່າທີ່ສາມາດເຮັດໄດ້
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ)
      ຕອນເຊົ້າວັນທີ 24 ທັນວາ, ຄະນະໂຄສະນາສຶກສາສູນກາງ ໄດ້ເປັນປະທານ, ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ຈັດກອງປະຊຸມສື່ມວນຊົນໂດຍກົງ ແລະ ທາງໄກ.
        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢືນຢັນວ່າ, ໃນໄລຍະຜ່ານມາ, ສື່ມວນຊົນໄດ້ຮ່ວມເດີນທາງ, ປະກອບສ່ວນສຳຄັນ, ບໍ່ສາມາດຂາດໄດ້ ເພື່ອຊ່ວຍໃຫ້ລັດຖະບານ ປະຕິບັດໜ້າທີ່ໃນປີຜ່ານມາໃຫ້ສຳເລັດ ດ້ວຍບັນດາເຫດການໃຫຍ່, ໃນສະພາບໂລກລະບາດມີການຜັນແປຢ່າງສັບສົນ.
        ແບ່ງປັນກ່ຽວກັບບາງບັນຫາໃນການຄຸ້ມຄອງ, ພັດທະນາສື່ມວນຊົນ, ທ່ານຮອງນາຍົກລັດຖະມົນຕີຖືວ່າ ວຽກງານຈັດວາງ, ສັບຊ້ອນສື່ມວນຊົນຕ້ອງໄດ້ປະຕິບັດບາດກ້າວໜຶ່ງ ແລະ ຕ້ອງມີວິວັດການເພື່ອສ້າງຄວາມຫັນປ່ຽນຢ່າງແທດຈິງ. ຕໍ່ໜ້າການແກ່ງແຍ້ງຂອງສື່ສັງຄົມອອນລາຍ, ທ່ານຮອງນາຍົກລັດຖະມົນຕີ ຖືວ່າ, ສື່ມວນຊົນຕ້ອງໄດ້ຮັບຂໍ້ມູນຢ່າງຈະແຈ້ງໄວທີ່ສຸດເທົ່າທີ່ສາມາດເຮັດໄດ້; ສະເໜີໃຫ້ບັນດາກະຊວງ, ຂະແໜງການສະໜອງຂໍ້ມູນໂດຍໄວ, ຊັດເຈນໃຫ້ສື່ມວນຊົນກ່ຽວກັບບັນດາບັນຫາເຊິ່ງຫາງສຽງ, ສັງຄົມມີຄວາມສົນໃຈ.
        ເນື່ອງໃນໂອກາດນີ້, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ ເປັນກຽດໄດ້ຮັບໃບຍ້ອງຍໍຈາກຄະນະໂຄສະນາສຶກສາສູນກາງພັກ ຍ້ອນມີຜົນງານດີເດັ່ນໃນການໃຫ້ຂ່າວ, ໂຄສະນາການປະຕິບັດໜ້າທີ່ການເມືອງປີ 2021.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top