• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງ​ການນັກ​ຂ່າວ ອາ​ຊຽນ ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ກ່ຽວ​ກັບການ​ຄຸ້ມ​ຄອງການ​ຫັນ​ສື່ມວນ​ຊົນ​ເປັນ​ດີ​ຈີ​ຕອນ

ກອງປະຊຸມສຳມະນາເພືອແນ່ໃສ່ເຊື່ອມຕໍ່, ແລກປ່ຽນ, ແບ່ງປັນຄວາມຮູ້ ແລະ ບົດຮຽນປະສົບການໃນການຫັນເປັນດີຈີຕອນໃນດ້ານສື່ມວນຊົນ ລະຫວ່າງບັນດາປະເທດ ອາຊຽນ.
  ປະຊຸມສຳມະນາ ສື່ມວນຊົນສາກົນ “ການຄຸ້ມຄອງສື່ມວນຊົນດີຈີຕອນ: ທິດສະດີ, ພຶດຕິກຳຕົວຈິງ, ບົດຮຽນປະສົບການຢູ່ພາກພື້ນ ອາຊຽນ”  

ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ຈັດກອງປະຊຸມສຳມະນາ ສື່ມວນຊົນສາກົນ “ການຄຸ້ມຄອງສື່ມວນຊົນດີຈີຕອນ: ທິດສະດີ, ພຶດຕິກຳຕົວຈິງ, ບົດຮຽນປະສົບການຢູ່ພາກພື້ນ ອາຊຽນ”. ເຂົ້າຮ່ວມກອງປະຊຸມສຳມະນາມີ 7 ຄະນະຜູ້ແທນສາກົນ ທີ່ມາຈາກສະຫະພັນນັກຂ່າວ ອາຊຽນ ລວມມີ: ລາວ, ກຳປູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ.

ກອງປະຊຸມສຳມະນາເພືອແນ່ໃສ່ເຊື່ອມຕໍ່, ແລກປ່ຽນ, ແບ່ງປັນຄວາມຮູ້ ແລະ ບົດຮຽນປະສົບການໃນການຫັນເປັນດີຈີຕອນໃນດ້ານສື່ມວນຊົນ ລະຫວ່າງບັນດາປະເທດ ອາຊຽນ, ປະກອບສ່ວນສ້າງມາດຕະກໍ່ສ້າງບັນດາອົງການສື່ມວນຊົນຕາມທິດເປັນມືອາຊີບ, ມະນຸດສາດ, ທັນສະໄໝ; ປ່ຽນແປງໃໝ່ວິທີການສຳຜັດຂອງຜູ້ອ່ານຢ່າງມີປະສິດທິຜົນ, ສ້າງແຫຼ່ງລາຍຮັບໃໝ່, ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳເນື້ອໃນດີຈີຕອນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແທັງເລິມ ເນັ້ນໜັກວ່າ:

ບັນດາອົງການສື່ມວນຊົນ ຂອງບັນດາປະເທດສະມາຊິກອາຊຽນ ຍິ່ງກ່ວາເວລາໃດໝົດ ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນການສືບຕໍ່ຢັ້ງຢືນບົດບາດອອກແຫຼ່ງຂ່າວທາງການ, ກຳນົດທິດໃຫ້ແກ່ປະຊາຄົມ, ມະຫາຊົນ, ມອບສິດໃຫ້ແກ່ປະຊາຊົນ, ເພື່ອປະຕິບັດໄດ້ບົດບາດໜ້າທີ່ອັນສູງສົ່ງນັ້ນ ໃນໂລກທີ່ມີທັງຂ່າວທາງການ ແລະ  ຂ່າວປ່ອມ ໃນອິນເຕີແນັດ. ພວກເຮົາບໍ່ສາມາດເຮັດໄດ້ສິ່ງນັ້ນ ດ້ວຍຕົນເອງໄດ້.

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top