• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ​ໄດ້ຮັ​ບ​ການ​ລົງ​ທຶນ 25 ລ້ານ USD ເພື່ອ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກາ​ເຟ​ແບ​ບ​ຍືນ​ຍົງ

ກອງທຶນລົງທຶນ ແລະ GREEN ຈະສະໜອງເງິນຕາໃຫ້ແກ່ບໍລິສັດ ຝຸກຊິງ ເພື່ອຊຸກຍູ້ວິວັດການຫັນປ່ຽນຂະແໜງກະສິກຳມຸ່ງໄປເຖິງລະບົບມູນຄ່າກາເຟແບບຍືນຍົງແຕ່ບໍ່ທຳລາຍປ່າ.
ກອງທຶນລົງທຶນ ແລະ GREEN (ໂຮນລັງ) ອຸປະຖຳທຶນຂຶ້ນເຖິງ 25 ລ້ານ USD ໃຫ້ແກ່ບໍລິສັດຫຸ້ນສ່ວນ ຝຸກຊິງ (Phuc Sinh Corporation) ເພື່ອພັດທະນາລະບົບມູນຄ່າກາເຟ(ພາບ: TTXVN)

ກອງທຶນລົງທຶນ ແລະ GREEN (ໂຮນລັງ) ຫາກໍ່ປ່ອຍເງິນລົງທຶນ ແລະ ຄາດການອຸປະຖຳທຶນຂຶ້ນເຖິງ 25 ລ້ານ USD ໃຫ້ແກ່ບໍລິສັດຫຸ້ນສ່ວນ ຝຸກຊິງ (Phuc Sinh Corporation) ໜຶ່ງໃນບັນດາບໍລິສັດສົ່ງອອກກາເຟ ແລະ ໝາກພິກໄທ ຫວຽດນາມ ເດີນຕາມເສັ້ນທາງພັດທະນາແບບຍືນຍົງ, ເພື່ອພັດທະນາລະບົບມູນຄ່າກາເຟ ແບບຍືນຍົງໂດຍບໍ່ທຳລາຍປ່າ. ກອງທຶນລົງທຶນ ແລະ GREEN ຈະສະໜອງເງິນຕາໃຫ້ແກ່ບໍລິສັດ ຝຸກຊິງ ເພື່ອຊຸກຍູ້ວິວັດການຫັນປ່ຽນຂະແໜງກະສິກຳມຸ່ງໄປເຖິງລະບົບມູນຄ່າກາເຟແບບຍືນຍົງແຕ່ບໍ່ທຳລາຍປ່າ. ນີ້ແມ່ນບ້ວງເງິນລົງທຶນທຳອິດຂອງ ກອງທຶນລົງທຶນ ແລະ GREEN ເຂົ້າວິສາຫະກິດ ຫວຽດນາມ, ສົ່ງສັນຍານຢ່າງຕັ້ງໜ້າໃຫ້ແກ່ຂະແໜງກະສິກຳ ຫວຽດນາມ ໃນການດຶງດູດບ້ວງເງິນລົງທຶນຮ່ວມສຳພັນແບບຍືນຍົງຈາກຕະຫຼາດການເງິນສາກົນ.

ທີ່ພິທີປະກາດຂໍ້ມູນອຸປະຖຳທີໄດ້ດຳເນີນໃນວັນທີ 15 ສິງຫາ, ຢູ່ນະຄອນໂຮ່ຈີມິນ ຜູ້ຕາງໜ້າການນຳບໍລິສັດຫຸ້ນສ່ວນ ຝຸກຊິງ ໃຫ້ຮູ້ວ່າ ດ້ວຍບ້ວງເງິນລົງທຶນໄລຍະຍາວ ແລະ ການໜູນຊ່ວຍຈາກກອງທຶນລົງທຶນ ແລະ GREEN, ຝຸກຊິງໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ການຫັນປ່ຽນຂະແໜງກະສິກຳກາເຟຂອງ ຫວຽດນາມ ມຸ່ງໄປເຖິງບັນດາລະບົບສະໜອງອາດຈະຊອກຫາຕົ້ນກຳເນີດ, ບໍ່ທຳລາຍປ່າ. ບໍລິສັດຈະສຸມໃສ່ ການຍົກສູງຄຸນນະພາບ ແລະ ຄຸນຄ່າຂອງກາເຟ ຫວຽດນາມ ເມື່ອເປີດກວ້າງການຜະລິດ ແລະ ເຂົ້າເຖິງລູກຄ້າໃນທົ່ວໂລກ, ຜ່ານນັ້ນຊຸກຍູ້ບັນດາຜະລິດຕະພັນ ທີ່ໄດ້ຜະລິດແບບຍືນຍົງຂອງ ຫວຽດນາມ ໃນຂອບຂະໜາດທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top