• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ລົງ​ເຊັນບັນ​ດາ​ຂໍ້​ຕົກ​ລົງຮ່ວມ​ມື​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ ມີ​ມູນ​ຄ່າ 600 ລ້ານ USD

ວັນທີ 4 ມິຖຸນາ ຄະນະຜູ້ແທນຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາສະຫະສະມາຄົມ, ວິສາຫະກິດກະສິກຳ ຫວຽດນາມ ສືບຕໍ່ການເດີນທາງໄປຍັງເມືອງເອກ Columbus ຂອງລັດ Ohio, ອາເມລິກາ.
ທ່ານ Brian Baldridge ລັດຖະມົນຕີກະຊວງກະສິກຳ ລັດ Ohio ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ໂດະດຶກຢຸຍ

ນະທີ່ນີ້, ວິສາຫະກິດ ຫວຽດນາມ ແລະ ລັດ Ohio  ໄດ້ລົງເຊັນຂໍ້ຕົກລົງຮ່ວມມືການຄ້າຜະລິດຕະພັນກະເສດທີ່ມີມູນຄ່າ 600 ລ້ານ USD. Ohio ແມ່ນສະຖານທີ່ເຄື່ອນໄຫວທີ 2 ໃນການໄປປະຕິບັດງານຢູ່ ອາເມລິກາ ແຕ່ວັນທີ 1 – 7 ມິຖຸນາ ຂອງຄະນະກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາສະຫະສະມາຄົມ, ວິສາຫະກິດກະສິກຳ ໂດຍທ່ານ ໂດະດຶກຢຸຍ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ນຳໜ້າ.

ທ່ານ Brian Baldridge ລັດຖະມົນຕີກະຊວງກະສິກຳ ລັດ Ohio ແລະ ທ່ານລັດຖະມົນຕີ ໂດະດຶກຢຸຍ ມອບເຄື່ອງທີ່ລະນຶກໃຫ້ກັນ

ໃນຂອບເຂດການຢ້ຽມຢາມ, ທ່ານ Brian Baldridge ລັດຖະມົນຕີກະຊວງກະສິກຳ ລັດ Ohio ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ໂດະດຶກຢຸຍ. ສອງຝ່າຍໄດ້ເຫັນດີຈະສະເໜີຕໍ່ລັດຖະບານສອງປະເທດ ເພື່ອມີນະໂຍບາຍທີ່ເໝາະສົມ, ຫຼີກລ້ຽງການຈັດວາງອັດຕາພາສີ ເຮັດໃຫ້ລະບົບການສະໜອງຖືກຂາດວັກຂາດຕອນ.

ໃນຊຸມວັນຈະມາເຖິງ, ຄະນະປະຕິບັດງານຂອງ ຫວຽດນາມ ຈະເດີນທາງໄປຍັງນະຄອນຫຼວງ ວໍຊິງຕັນ D.C ເພື່ອສືບຕໍ່ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ພາສີອາກອນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍເພື່ອໃຫ້ບັນດາກຸ່ມບໍລິສັດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີ ແອັດໂຕນີ, ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສອດຄ່ອງກັບກົດໝາຍຢູ່ ຫວຽດນາມ, ດ້ວຍທັດສະນະຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ; ສະເໜີໃຫ້ບັນດາວິສາຫະກິດປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ແອັດໂຕນີ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.

Top