• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ເພີ່ມ​ທະ​ວີ​ກາ​ນີ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ

ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະ ບັນດາການກຳນົດທິດການພັດທະນາດ້ານເສດຖະກິດ.
ເວທີປາໄສວິສາຫະກິດ ຫວຽດນາມ - ກຳປູເຈຍ - ລາວ (ພາບ: TTXVN)
ວັນທີ 06 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ  - ກຳປູເຈຍ ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ, ສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ, ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນໂຮ່ຈີມິນ ປີ 2024, ເພື່ອແນໃສ່ຊຸກຍູ້ການຮ່ວມມພົວພັນແລກປ່ຽນການຄ້າລະຫວ່າງວິສາຫະກິດສາມປະເທດ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະ ບັນດາການກຳນົດທິດການພັດທະນາດ້ານເສດຖະກິດ, ນະໂຍບາຍດຶງດູດເງິນລົງທຶນຂອງລັດຖະບານ ຫວຽດນາມ, ກຳປູເຈຍ, ລາວ; ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງບັນດາວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ ກຳປູເຈຍ, ລາວ; ປຶກສາຫາລື, ສະເໜີ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າ, ເຊື່ອມຕໍ່ວິສາຫະກິດ, ຮ່ວມມືໃນຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງວິສາຫະກິດ ສາມປະເທດ ຫວຽດນາມ - ກຳປູເຈຍ ແລະ ລາວໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top