• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດແບນຊິກ ພ້ອມແລ້ວທີ່ຈະໜູນຊ່ວຍວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ

ທ່ານລັດຖະມົນຕີໄດ້ຮັບຮອງເອົາຂໍ້ສະເໜີຂອງບັນດາວິສາຫະກິດ ແລະ ເຫັນດີສະໜັບສະໜູນເລື່ອງເປີດການເຄື່ອນໄຫວຜະລິດຢູ່ຫວຽດນາມ ຄືນໃໝ່.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການການຄ້າ ຫງວຽນຮົ່ງຢຽນ ຕ້ອນຮັບຜູ້ຕາງໜ້າ FESI. (ພາບ: quochoi.vn)

ວັນທີ 09 ກັນຍາ, ທີ່ການຕ້ອນຮັບທ່ານ Jerome Pero, ທ່ານເລຂານຸການໃຫຍ່ສະຫະສະມາຄົມເຄື່ອງກິລາເອີລົບ (FESI) ແລະ ຜູ້ຕາງໜ້າກຸ່ມບໍລິສັດ Nike ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຂໍ້ສັງເກດວ່າ FESI ແລະ Nike ແມ່ນບັນດາຄູ່ຮ່ວມມືຮ່ວມເດີນທາງພ້ອມກັບບັນດາຂະແໜງຜະລິດ ແລະ ສົ່ງອອກເຄື່ອງກິລາ ແລະ ເກີບໜັງຂອງຫວຽດນາມ ມາເປັນຫຼາຍປີແລ້ວ. ທ່ານລັດຖະມົນຕີໄດ້ຮັບຮອງເອົາຂໍ້ສະເໜີຂອງບັນດາວິສາຫະກິດ ແລະ ເຫັນດີສະໜັບສະໜູນເລື່ອງເປີດການເຄື່ອນໄຫວຜະລິດຢູ່ຫວຽດນາມ ຄືນໃໝ່ ແລະ ຫວັງວ່າ FESI ແລະ Nike ຈະມີສຽງເວົ້າຕໍ່ກັບ ອີຢູ ແລະ ອຳນາດການປົກຄອງອາເມລິກາ ເພື່ອສ້າງເງື່ອນໄຂໃຫ້ຫວຽດນາມ ສຳຜັດກັບແຫຼ່ງວັກຊິນຜ່ານກົນໄກ COVAX ຫຼື ດ້ານການຄ້າໂດຍໄວ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ເຮັດວຽກກັບກຸ່ມບໍລິສັດ Univercells, ແລກປ່ຽນກ່ຽວກັບບັນດາໂຄງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ກຸ່ມບໍລິສັດໃນບັນດາບັນຫາສຳຜັດກັບເຕັກໂນໂລຊີຄົ້ນຄວ້າ ແລະ ຜະລິດວັກຊິນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top