• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດນາມ ກຳແຫນ້ນກາລະໂອກາດຈາກໂລກລະບາດໂຄວິດ 19

      ປີ 2020 ແມ່ນປີທີ່ວິສາຫະກິດທັງໝົດລ້ວນປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ເຖິງແນວນັ້ນກໍຕາມ ນີ້ແມ່ນປີສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາວິສາຫະກິດຫວຽດນາມ ໃນວິວັດທະນາການພັດທະນາ, ເຊື່ອມໂຍງ... ສິ່ງນີ້ກໍ່ແມ່ນຫນຶ່ງໃນບັນດາສາຍເຫດສຳຄັນເພື່ອໃຫ້ຫວຽດນາມ ບັນລຸໄດ້ໝາກຜົນການເຕີບໂຕເປັນບວກໃນຂະນະສະພາບການພື້ນຖານເສດຖະກິດທົ່ວໂລກພວມຊຸດໂຊມຢ່າງແຮງ.
ປີ 2020 ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຂະແຫນງທ່ອງທ່ຽງຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດໃນບັນດາຂະແຫນງເສດຖະກິດ. ຕາມການສະຖິຕິຂອງສະຫະສະມາຄົມທ່ອງທ່ຽວຫວຽດນາມ, ຄາດຄະເນວ່າ ປີ 2020 ລາຍຮັບຈາກຂະແຫນງທ່ອງທ່ຽວຫລຸດລົງປະມານ 23 ຕື້ USD, ແຂກສາກົນ ບັນລຸພຽງປະມານກວ່າ 3 ລ້ານເທື່ອຄົນ (ຫລຸດລົງ 80%), ແຂກພາຍໃນປະເທດ ບັນລຸປະມານ 50 ລ້ານເທື່ອຄົນ (ຫລຸດລົງ 50%).
ຂະແຫນງທ່ອງທ່ຽວຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19
ພາບ:nhandan.com.vn
      ມີແຮງງານປະມານ 90% ເຮັດວຽກໃນຂະແຫນງນີ້ ຕ້ອງຢຸດງານ ຫລື ຢຸດງານຊົ່ວຄາວ, ປະມານ 60% ວິສາຫະກິດເຮັດບໍລິການທ່ອງທ່ຽວຕ້ອງຢຸດຕິການເຄື່ອນໄຫວ, ຫລາຍໂຮງແຮມຕ້ອງປີດປະຕູ. ຕໍ່ຫນ້າບັນດາຄວາມຫຍຸ້ງຍາກນີ້ ມີວິສາຫະກິດທ່ອງທ່ຽວຫລາຍແຫ່ງຕ້ອງຫັນມາສຸມໃສ່ພັດທະນາທ່ອງທ່ຽວພາຍໃນປະເທດ ແລະ ປະຕິບັດ “ຫນ້າທີ່ຄວບຄູ່” ທັງຮັບປະກັນຊີວິດອີນຊີ, ສຸຂະພາບໃຫ້ປະຊາຊົນ, ທັງຮັກສາການຜະລິດດຳເນີນທຸລະກິດ. ທ່ານ ເລແອງດ້າຍ ຮອງປະທານ ສະຫະສະມາຄົມທ່ອງທ່ຽວແຂວງ ລ່າວກາຍ ໃຫ້ຮູ້ວ່າ:
 “ຕະຫລາດພາຍໃນປະເທດ, ນັກທ່ອງທ່ຽວພາຍໃນປະເທດເອງໄດ້ສອນໃຫ້ພວກຂ້າພະເຈົ້າຕ້ອງມີການປ່ຽນແປງ, ມີຫົວຄິດປະດິດຄິດສ້າງກວ່າອີກສຳລັບບັນດາຜະລິດຕະພັນທ່ອງທ່ຽວຂອງຕົນ. ໄລຍະຜ່ານມາ ເມື່ອຈຳນວນແຂກທ່ອງທ່ຽວຫລຸດລົງ, ພວກຂ້າພະເຈົ້າຖືຊ່ວງເວລານີ້ ເພື່ອຕີລາຄາການເຄື່ອນໄຫວຂອງບໍລິສັດຄືນໃຫມ່, ສ້າງຄວາມສາມັກຄີລະຫວ່າງບັນດາວິສາຫະກິດໃນສະຫະສະມາຄົມນຳກັນເພື່ອຜ່ານຜ່າໄລຍະຫຍຸ້ງຍາກນີ້.”
ວິສາຫະກິດຫລາຍແຫ່ງຕ້ອງຫັນປ່ຽນທິດກ້າວເດີນເພື່ອໃຫ້ເໝາະສົມກັບສະພາບການໃຫມ່     
      ທ່ານນາງ ຫງວຽນທິກີມແອງ ຜູ້ອຳນວຍການໂຮງແຮມ ບີ່ງອານ ໃຫ້ຮູ້ວ່າ: ປີ 2020 ລາຍຮັບຂອງວິສາຫະກິດຫລຸດລົງ ປະມານ 70-80%. ແຕ່ວ່າ ໃນຊ່ວງເວລາຫຍຸ້ງຍາກນີ້ ວິສາຫະກິດຕ້ອງປະຕິບັດຍຸດທະສາດໃຫມ່ ນັ້ນແມ່ນຍູ້ແຮງການດຶງດູດນັກທ່ອງທ່ຽວພາຍໃນປະເທດ.
      ບໍ່ພຽງແຕ່ສະເພາະຂະແຫນງທ່ອງທ່ຽວ, ວິສາຫະກິດສົ່ງອອກກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເມື່ອຫລາຍປະເທດປິດປະຕູ. ໃນນັ້ນ ຖືກຜົນສະທ້ອນຫນັກຫນ່ວງທີ່ສຸດ ແມ່ນບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ. ຖ້າຫາກປີ 2019 ວົງເງິນນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບໂລກແມ່ນ 775 ຕື້ USD, ປີ 2020 ບັນລຸພຽງ ປະມານ 600-640 ຕື້ USD, ຫລຸດລົງ 15-20 % ເມື່ອທຽບໃສ່ປີ 2019.
ທ່ານ ເທີນດຶກຫວຽດ, ຜູ້ອຳນວຍການໃຫຍ່ບໍລິສັດຕ່ຳແຜ່ນຕັດຫຍິບ ເລກ 10 ໃຫ້ຮູ້ວ່າ: ເພື່ອຮັບມືກັບຜົນກະທົບຈາກໂລກລະບາດໂຄວິດ 19, ວິສາຫະກິດ ໄດ້ ແລະ ພວມຫັນປ່ຽນຂັ້ນຕອນການຜະລິດ ພ້ອມທັງວາງອອກບັນດາມາດຕະການເພື່ອສືບຕໍ່ຄົງຕົວ ແລະ ພັດທະນາ, ຍູ້ແຮງການເປີດກວ້າງອັດຕາສ່ວນສິນຄ້າພາຍໃນປະເທດ ກໍ່ຄື ການສົ່ງອອກ.
ສຳລັບຕະຫລາດຜະລິດຕະພັນກະເສດ, ທ່ານນາງ ຫງວຽນທິບ໋າວຫ່ຽນ, ປະທານ ສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຫ່ຽນເລ ໃຫ້ຮູ້ວ່າ: ປີ 2021 ວິສາຫະກິດຈະກໍ່ສ້າງໂຮງງານໃຫມ່ ເປີດກວ້າງການເຄື່ອນໄຫວຜະລິດດຳເນີນທຸລະກິດກໍ່ຄືສົ່ງອອກສິນຄ້າໄປຍັງຕະຫລາດສາກົນ.
“ປີ 2021 ວິສາຫະກິດພວມຄົ້ນຄ້ວາເພື່ອກໍ່ສ້າງໂຮງງານທີ່ມີກຳລັງການຜະລິດສູງທົບ 7 ເທົ່າເມື່ອທຽບໃສ່ໂຮງງານປະຈຸບັນ ພ້ອມກັນນັ້ນກໍດຶງດູດຫລາຍແຫລ່ງກຳລັງເພື່ອຮັບໃຊ້ໃຫ້ຂະແຫນງກະສິກຳ. ຫວັງວ່າ ທ້າຍປີ 2022 ພວກຂ້າພະເຈົ້າຈະມີໂຮງງານໃຫມ່ ແລະ ບັນດາຜະລິດຕະພັນໃຫມ່”.
ທ່ານ ຫວູຕຽນລົກ, ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຕີລາຄາວ່າ: ປີ 2020 ແມ່ນປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນາໆປະການ ແຕ່ກໍ່ແມ່ນປີທີ່ປະຊາຄົມວິສາຫະກິດເຂົ້າໃຈຢ່າງຈະແຈ້ງເຖິງຄວາມຮຽກຮ້ອງຕ້ອງການກ່ຽວກັບການເພີ່ມທະວີຄວາມສາມາດໃນການຮັບມື ແລະ ກຳນົດທິດພັດທະນາແບບຍືນຍົງຂອງຕົນ. ສຳລັບບັນດາວິສາຫະກິດ ກຳນົດທິດຮູບແບບການດຳເນີນທຸລະກິດ ແລະ ຍຸດທະສາດຂອງຕົນຕາມທິດພັດທະນາແບບຍືນຍົງໃນສະພາບໂລກລະບາດນັ້ນ ເຂົາເຈົ້າຍັງຮັກສາການດຳເນີນທຸລະກິດດີພໍສົມຄວນ, ຊ້ຳບໍ່ໜຳ ຍັງຊອກກາລະໂອກາດເພື່ອພັດທະນາ.
ໃນສະພາບການໃຫມ່, ເພື່ອຄົງຕົວໃນປີ 2021 ແລະ ຊຸມປີຕໍ່ໄປ, ວິສາຫະກິດຕ້ອງມີການປ່ຽນໃຫມ່, ຍົກສູງຄຸນນະພາບສິນຄ້າເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫລາດ. ພ້ອມກັນນັ້ນ ຄວາມຕ້ອງການຫັນເປັນດີຈີຕອນ, ມີຫົວຄິດປະດິດສ້າງໃນຮູບແບບການດຳເນີນທຸລະກິດກໍ່ແມ່ນທ່າອ່ຽງໃນໄລຍະຈະມາເຖິງ. ພ້ອມກັນນັ້ນ ບັນດາວິສາຫະກິດຄວນລົງທຶນເຕັກໂນໂລຊີເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ ພ້ອມທັງ ມີລະບົບສະຫນອງສິນຄ້າສະເພາະ. ໃນສະພາບການຕະຫລາດຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ນັ້ນ, ວິສາຫະກິດໃດມີລະບົບສະຫນອງສະເພາະແມ່ນຈະສາມາດຄົງຕົວໄດ້. ນອກນັ້ນ ຄວນຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດຂອງຫວຽດນາມ ນັ້ນແມ່ນບັນຫາຄວນແກ້ໄຂເພື່ອຕອບສະຫນອງໄດ້ຕາມຄວາມຕ້ອງການຂອງຕະຫລາດ.
(ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top