• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດນາມປ່ຽນໃຫມ່, ປະດິດຄິດສ້າງເພື່ອເຊື່ອມໂຍງ

      ວິສາຫະກິດຕ້ອງກຳນົດການປ່ຽນໃຫມ່, ປະດິດຄິດສ້າງແມ່ນກຳລັງຫນູນແລະແມ່ນມາດຕະການດີເລີດເພື່ອແນໃສ່ຍົກສູງລັກສະນະແກ້ງແຍ້ງຂອງວິສາຫະກິດໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດໂລກນັບມື້ນັບເລິກເຊິ່ງກວ້າງຂວາງ ແລະຮອບດ້ານ”.
            ນັ້ນແມ່ນສານຊື່ງລັດຖະບານຫວຽດນາມພວມສົ່ງເຖິງບັນດາວິສາຫະກິດ. ການປ່ຽນໃຫມ່, ປະດິດຄິດສ້າງແລະກົນໄກຫນູນຊ່ວຍວິສາຫະກິດປະຕິບັດການປ່ຽນໃຫມ່ ປະດິດຄິດສ້າງຢ່າງມີປະສິດທິຜົນແມ່ນບັນດາບັນຫາໃຫຍ່ທີ່ວາງອອກໃຫ້ແກ່ທັງວິສາຫະກິດແລະບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ຕໍ່ຫນ້າການພັດທະນາຢ່າງແຮງຂອງວິທະຍາສາດແລະເຕັກໂນໂລຊີປະຈຸບັນ.
ພູມປັນຍາແລະປະດິດຄິດສ້າງ ພວມກາຍເປັນບັນຫາຫລັກແຫລ່ງຕັດສິນຊີ້ຂາດກຳລັງຄວາມສາມາດແກ້ງແຍ້ງ ແລະການເຕີບໂຕເສດຖະກິດຂອງແຕ່ລະປະເທດ.ການປ່ຽນໃຫມ່ ປະດິດຄິດສ້າງແມ່ນທ່າອ່ຽງຊື່ງວິສາຫະກິດຫວຽດນາມບໍ່ອາດປະຕິເສດໄດ້ໃນການປະຕິວັດອຸດສາຫະກຳ 4.0 ນີ້.

(ພາບປະກອບ: TTXVN)
      ໃນການປະຕິວັດອຸດສາຫະກຳ 4.0, ການປ່ຽນໃຫມ່ສຳຄັນທີ່ສຸດແມ່ນສະມັດຕະພາບແຮງງານ. ການຫັນປ່ຽນດີຈີຕອນ ແມ່ນປັດໄຈຕັດສິນຊີ້ຂາດສະມັດຕະພາບແຮງງານໃນການປະຕິວັດ 4.0. ປະຈຸບັນສະມັດຕະພາບແຮງງານຂອງຫວຽດນາມແມ່ນປະມານ 4.000 USD/ຄົນ/ປີແມ່ນຕົວເລກຕ່ຳເມື່ອທຽບໃສ່ບັນດາປະເທດໃນພາກພື້ນ. ເພື່ອເພີ່ມສະມັດຕະພາບແຮງງານການດັດແປ່ງ, ຫັນປ່ຽນດີຈີຕອນໃນວຽກງານປະຈຳວັນຂອງວິສາຫະກິດແມ່ນບັນຫາສຳຄັນແລະມີປະສິດທິຜົນທີ່ສຸດໃນປະຈຸບັນ.
ທ່ານ ຮ່ວາງນາມຕຽນປະທານ FPT Sofwareໃຫ້ຮູ້ວ່າ:
ປະຈຸບັນວິສາຫະກິດແຫ່ງໃດມີຄວາມວ່ອງໄວຈະຊະນະບັນດາວິສາຫະກິດໃຫຍ່ກວ່າ.ສຳລັບທຸກວິສາຫະກິດຂະຫນາດໃຫຍ່, ນ້ອຍແລະກາງ, ຄຳຖາມວ່າເຮັດແນວໃດເພື່ອຫັນປ່ຽນດີຈີຕອນ.ຄຳຕອບຈະແມ່ນຕ້ອງນຳໃຊ້ຂໍ້ມູນເພື່ອປ່ຽນແປງ.ສິ່ງສຳຄັນຕ້ອງມີຄວາມວ່ອງໄວ. ທີສອງແມ່ນເລີ່ມຕົ້ນຈາກສິ່ງນ້ອຍໆ ແຕ່ຕ້ອງວ່ອງໄວຈະມີຄູນປະໂຫຍດຢ່າງຕໍ່ເນື່ອງ
ປອຫງວຽນດີງກູງ, ຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງຖືວ່າ: ການປ່ຽນໃຫມ່ ປະດິດຄິດສ້າງມີສອງພາກສ່ວນ. ນັ້ນແມ່ນສິ່ງປະຕິບັດໃນປະຈຸບັນແລະທີສອງແມ່ນ startup.ສິ່ງສຳຄັນທີ່ສຸດແມ່ນລະບອບນະໂຍບາຍຕ້ອງສ້າງການປ່ຽນແປງປະດິດຄິດສ້າງ.
ຕາມທ່ານຫວູຕຽນລົກ ປະທານຫ້ອງການການຄ້າອຸດສະຫະກຳຫວຽດນາມແລ້ວດ້ວຍການພັດທະນາຂອງການຄ້າເອເລັກໂຕນິກປະຈຸບັນ ບັນດາວິສາຫະກິດນ້ອຍສຸດອາດຈະສຳຜັດກັບຕະຫລາດໂລກຜ່ານເສດຖະກິດດີຈີຕອນເພື່ອຂາຍຜະລິດຕະພັນຂອງຕົນ. ບັນດາວິສາຫະກິດຂະຫນາດນ້ອຍແລະນ້ອຍສຸດສາມາດໝູນໃຊ້ເສດຖະກິດດີຈີຕອນເຂົ້າໃນການຜະລິດ, ດຳເນີນທຸລະກິດ ນັ້ນຈະແມ່ນກຳລັງຫນູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມ. ທ່ານຫວູຕຽນລົກປະທານຫ້ອງການການຄ້າອຸດສາຫະກຳຫວຽດນາມຍົກບັນຫາວ່າ:
ພວກເຮົາພວມຢືນຕໍ່ຫນ້າວິວັດການຫັນປ່ຽນ, ແຕ່ວິວັດການຫັນປ່ຽນດີຈີຕອນພວມແມ່ນວິວັດການຫັນປ່ຽນສຳຄັນທີ່ສຸດ, ມີລັກສະນະເປັນພື້ນຖານຂອງພື້ນຖານເສດຖະກິດຫວຽດນາມ. ລັດຖະບານສ້າງສະພາບແວດລ້ອມແລະວິສາຫະກິດແມ່ນສູນປ່ຽນໃຫມ່, ປະດິດຄິດສ້າງ, ຫັນປ່ຽນດີຕີຕອນຫາກບໍ່ແມ່ນລັດຖະບານ. ເປົ້າໝາຍຂອງພວກເຮົາແມ່ນມຸ່ງໄປເຖິງການບັນລຸບາດກ້າວບຸຸກທະລຸແລະພັດທະນາແບບຍືນຍົງໃນອະນາຄົດ.
ກ່າວຄຳເຫັນທີ່ເວທີປາໄສ CEO ປີ 2019 ດ້ວຍຫົວຂໍ້: “ວິສາຫະກິດປ່ຽນໃຫມ່, ປະດິດຄິດສ້າງ: ບັນລຸບາດກ້າວບຸກທະລຸຈາກຈີນຕະນາການຕະຫລອດຮອດການກະທຳ” ທີ່ຫາກໍ່ດຳເນີນຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວໃຫ້ຮູ້ວ່າ:  ລັດຖະບານຫວຽດນາມພວມມີແຜນນະໂຍບາຍຍູ້ແຮງການຫັນປ່ຽນ, ປ່ຽນໃຫມ່ຮູບແບບການເຕີບໂຕໂດຍອີງໃສ່ການໝູນໃຊ້ວິທະຍາສາດເຕັກໂນໂລຊີແລະການປ່ຽນໃຫມ່ປະດິດຄິດສ້າງເພື່ອຍົກສູງສະມັດຕະພາບ, ຄຸນນະພາບແລະການແກ້ງແຍ້ງຂອງພື້ນຖານເສດຖະກິດ. ລັດຖະບານ ນັບມື້ນັບປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ມີຄຸນນະພາບກວ່າ, ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ເຂດsartup, ປ່ຽນໃຫມ່, ປະດິດຄິດສ້າງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອຫນູນຊ່ວຍພັດທະນາວິສາຫະກິດ.  ລັດຖະບານກໍ່ພວມຊີ້ນຳຢ່າງຂ້ຽວຂາດການສ້າງລັດຖະບານເອເລັກໂຕນິກ, ພື້ນຖານເສດຖະກິດດີຈີຕອນ, ຫັນປ່ຽນດີຈີຕອນ, ໝູນໃຊ້ເຕັກໂນໂລຊີ 5G ແລະບັນດາຮູບແບບເສດຖະກິດແບບແບ່ງປັນ. ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຢືນຢັນ:
ຈາກບາດກ້າວບຸກທະລຸ, ປ່ຽນໃຫມ່ຈີນຕະນາການ, ວິສາຫະກິດຕ້ອງມີການເຄື່ອນໄຫວຢ່າງທັນການ, ຂ້ຽວຂາດແລະຮີບດ່ວນ.ເຮັດໄດ້ຄືແນວນັ້ນຈຶ່ງບັນລຸໄດ້ໝາກຜົນລະອຽດໃນແຕ່ລະຂະແຫນງ, ແຕ່ລະຂົງເຂດແລະວິສາຫະກິດແຕ່ລະແຫ່ງ. ລັດຖະບານ, ບັນດາທ້ອງຖິ່ນໃຫ້ຄຳໝັ້ນສັນຍາວ່າຈະຮ່ວມເດີນທາງ, ໃກ້ຊິດຕິດແທດກັບປະຊາຄົມວິສາຫະກິດ.
ວິສາຫະກິດພຽງແຕ່ຄົງຕົວແລະພັດທະນາແບບຍືນຍົງ, ມີກຳລັງແກ້ງແຍ້ງໃນຕະຫລາດໄດ້ເມື່ອມີການປ່ຽນໃຫມ່ດ້ວຍຕົນເອງ, ປະດິດຄິດສ້າງ. ການເຄື່ອນໄຫວປ່ຽນໃຫມ່ປະດິດຄິດສ້າງບໍ່ພຽງແຕ່ດຳເນີນໃນຄັ້ງຫນຶ່ງເທົ່ານັ້ນຫາກຕ້ອງປະຕິບັດຢ່າງຕໍ່ເນື່ອງ. ມີຫລາຍປັດໄຈຕັດສິນຊີ້ຂາດກຳລັງຄວາມສາມາດປ່ຽນໃຫມ່, ປະດິດຄິດສ້າງຂອງວິສາຫະກິດ, ນັ້ນແມ່ນຄວາມເອົາໃຈໃສ່ຂອງການນຳ, ກຳລັງຄວາມສາມາດປະດິດຄິດສ້າງຂອງຖັນແຖວພະນັກງານ, ຄວາມສາມາດກຳແຫນ້ນແລະແກ້ໄຂຂໍ້ມູນຂ່າວສານແລະການລົງທຶນໃຫ້ແກ່ການປ່ຽນໃຫມ່ປະດິດຄິດສ້າງ, ແຕ່ສິ່ງສຳຄັນທີ່ສຸດຍັງຄົງແມ່ນຖັນແຖວພະນັກງານ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top