• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດນາມຕອບສະໜອງບັນດາການເຄື່ອນໄຫວໃນສັບປະດາຂັ້ນສູງ APEC

      ຕອນເຊົ້າວັນທີ 09 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ຈັດກອງປະຊຸມຂ່າວ ແນະນຳກ່ຽວກັບບັນດາເຫດການໃນສັບປະດາຂັ້ນສູງ APEC ຫວຽດນາມ 2017.

ທີ່ກອງປະຊຸມຂ່າວ
(ພາບ: baodautu.vn)
      ທ່ານ ວູຕ໋ຽນໂລກ, ປະທານ VCCI ໄດ້ອັບເດັດສະພາບການກະກຽມການຈັດຕັ້ງເຫດການຂອງວິສາຫະກິດທີ່ APEC 2017 ໂດຍ VCCI ເປັນເຈົ້າການຈັດຕັ້ງ. ຕາມນັ້ນແລ້ວ, ໃນຂອບເຂດດຳເນີນສັບປະດາ APEC ຫວຽດນາມ 2017 ຢູ່ດ່ານັ້ງ ໃນເດືອນພະຈິກ 2017, ບັນດາກອງປະຊຸມລວມມີ: ກອງປະຊຸມສະພາທີ່ປຶກສາດຳເນີນທຸລະກິດ APEC (ABAC) ຄັ້ງທີ 4; ກອງປະຊຸມສຸດຍອດດຳເນີນທຸລະກິດ APEC ຫວຽດນາມ; ກອງປະຊຸມສຸດຍອດວິສາຫະກິດ APEC ແລະ ເຈລະຈາລະຫວ່າງ ABAC ກັບການນຳ APEC…
        ຕາມທ່ານ ວູຕ໋ຽນໂລກ ແລ້ວ, ກອງປະຊຸມສຸດຍອດ APEC ແລະ ເຈລະຈາລະຫວ່າງ ABAC ກັບການນຳບັນດາພື້ນຖານເສດຖະກິດ APEC ແມ່ນ 2 ເຫດການຖືກຈັດຕັ້ງປະຈຳປີຂອງ APEC. ນອກນັ້ນ, ທີ່ APEC 2017 ຍັງດຳເນີນບັນດາເຫດການເຊິ່ງແມ່ນຂໍ້ລິເລີ່ມຂອງຫວຽດນາມ ລວມມີ: ກອງປະຊຸມສຸດຍອດດຳເນີນທຸລະກິດ APEC ຫວຽດນາມ ແລະ ເວທີປາໄສເລີ່ມທຸລະກິດ APEC.
 (ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

Top