• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດສະໜັບສະໜູນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ໂລກລະບາດ

ສຳລັບປະຊາຊົນທຸກຊັ້ນຄົນເວົ້າລວມ ແລະ ປະຊາຄົມວິສາຫະກິດເວົ້າສະເພາະ, ນີ້ແມ່ນຄຳຮຽກຮ້ອງທີ່ໄດ້ຊຸກຍູ້ຄວາມຕັດສິນໃຈ, ຈິດໃຈຄວາມສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກເພື່ອຜ່ານຜ່າໂລກລະບາດ.
(ພາບປະກອບ: moh.gov.vn)

ຕໍ່ໜ້າບັນດາການຜັນແປຢ່າງສັບສົນຂອງສະພາບໂລກລະບາດໂຄວິດ-19, ວັນທີ 29 ກໍລະກົດ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫວຽນຝູຈ້ອງ ໄດ້ອອກຄຳຮຽກຮ້ອງປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ສຳລັບປະຊາຊົນທຸກຊັ້ນຄົນເວົ້າລວມ ແລະ ປະຊາຄົມວິສາຫະກິດເວົ້າສະເພາະ, ນີ້ແມ່ນຄຳຮຽກຮ້ອງທີ່ໄດ້ຊຸກຍູ້ຄວາມຕັດສິນໃຈ, ຈິດໃຈຄວາມສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກເພື່ອຜ່ານຜ່າໂລກລະບາດ.

        ຄຳຮຽກຮ້ອງນັ້ນສະແດງໃຫ້ເຫັນເຈດຈຳນົງຕັດສິນໃຈສູງຂອງຜູ້ນຳໜ້າລະບົບການເມືອງ, ລະດົມປະຊາຊົນທຸກຊັ້ນວັນນະ ແລະ ປະຊາຄົມວິສາຫະກິດພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ. ທ່ານນາງ ດິງຕວຽນຍຸງ, ປະທານສະຫະພັນສະຫະກອນການຢາແຂວງ ບັກກ້ານ ໄດ້ສະໜັບສະໜູນຈິດໃຈນັ້ນດ້ວຍວຽກງານຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ຜູ້ອອກແຮງງານ.

        “ດ້ວຍຄຳຮຽກຮ້ອງທົ່ວປະເທດຕ້ານໂລກລະບາດໂຄວິດ-19 ຂອງທ່ານເລຂາທິການໃຫຍ່, ພວກຂ້າພະເຈົ້າເຫັນວ່ານີ້ແມ່ນຄຳຮຽກຮ້ອງມີຄວາມໝາຍທີ່ສຸດ. ສະຫະກອນຂອງພວກຂ້າພະເຈົ້າໄດ້ ແລະ ພວມຮ່ວມແຮງຮ່ວມໃຈສະໜັບສະໜູນປະຊາຊົນທາງພາກໃຕ້, ພໍ່ແມ່ປະຊາຊົນຢູ່ທີ່ນັ້ນມີຄວາມຕ້ອງການເຄື່ອງໃຊ້ປະຈຳວັນ. ສະນັ້ນ, ພວກຂ້າພະເຈົ້າໄດ້ສະໜັບສະໜູນທາງດ້ານວັດຖຸ ກໍຄືຈິດໃຈ, ມີບັນດານະໂຍບາຍຂາຍຜະລິດຕະພັນກະເສດດ້ວຍລາຄາບຸລິມະສິດສຳລັບພໍ່ແມ່ປະຊາຊົນຢູ່ເຂດເກີດໂລກລະບາດ”.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top