• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະຄົບຄະນະ ແລະ ວາລະວົງແຄບຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51

ໃນວັນທີ 02 ສິງຫາ, ໄດ້ດຳເນີນບັນດາວາລະຄົບຄະນະ ແລະ ວົງແຄບຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ທີ່ມາຈາກ 10 ປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ.

ວາລະຄົບຄະນະ ແລະ ວາລະວົງແຄບຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51

ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມັນຕີ, ລັດຖະມັນຕີການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກິດຈະກຳທີ່ກ່າວມາຂ້າງເທິງ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ຮັບຮອງບັນດາຄວາມຄືບໜ້າຫຼາຍດ້ານໃນການຮ່ວມມື ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ຕໍ່ໜ້າບັນດາການຫັນປ່ຽນຢ່າງໄວວາ, ຍາກທີ່ຈະຄາດຄະເນໄວ້ລ່ວງໜ້າໃນສະພາບການຢູ່ພາກພື້ນ ແລະ ສາກົນ, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ ອາຊຽນ ຕ້ອງໄດ້ເອົາໃຈໃສ່ການຮ່ວມມືພາຍໃນກຸ່ມຫຼາຍກວ່າເກົ່າ, ໃນນັ້ນ ຕ້ອງມີບັນດາມາດຕະການສະເພາະເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນພາຍໃນກຸ່ມ, ຄຽງຄູ່ກັບການສືບຕໍ່ຍູ້ແຮງການຮ່ວມມືຮັດແຄບຄວາມແຕກໂຕນກັນໃນການພັດທະນາ ແລະ ການເຊື່ອມຕໍ່.

ກ່ຽວກັບບັນຫາສັນຕິພາບ ແລະ ຄວາມສະຫງົບ, ທ່ານຮອງນາຍົກລັດຖະມັນຕີ ສະເໜີ ອາຊຽນ ຕ້ອງຮັກສາຄວາມສາມັກຄີ ແລະ ບົດບາດເປັນແກ່ນກາງ, ພ້ອມດຽວກັນນັ້ນ ຍົກສູງຄວາມສາມາດລວມໝູ່ ເພື່ອສາມາດຮັບມື ຕໍ່ກັບບັນດາສີ່ງທ້າທາຍທີ່ວາງອອກ ຢ່າງມີປະສິດທິຜົນ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີແບ່ງປັນຄວາມວິຕົກກັງວົນ ກ່ຽວກັບບັນດາການເຄື່ອນໄຫວມໍ່ໆມານີ້ ໃນສະພາບຕົວຈິງ, ໃນນັ້ນ, ມີບັນດາການເຄື່ອນໄຫວທາງດ້ານການທະຫານ, ສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນກໍ່ຄືຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາປະເທດ; ຕາມນັ້ນແລ້ວ, ສະເໜີບັນດາຝ່າຍຕ້ອງລະງັບໃຈ, ບໍ່ຄວນມີບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂື້ນຕື່ມ, ເຄົາລົບປະຕິບັດບັນດາຫຼັກການ ແລະ ຄຳໝັ້ນສັນຍາທີ່ໄດ້ຕົກລົງກັນ.  

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top