ຂ່າວສານ ວັນບຸນ ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍຄວາມສາມັກຄີ 07/07/2024 ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ.
ບັນດາບົດຕໍ່ໄປ ລັດຖະບານມານະພະຍາຍາມປະຕິບັດພາລະກຳສ້າງສາພັດທະນາຈົນສຸດຄວາມສາມາດຂອງຕົນ22/01/2026ຂ່າວສານວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື. ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່22/01/2026ຂ່າວສານສື່ມວນຊົນສາກົນສະແດງຄວາມສົນໃຈເປັນພິເສດຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ22/01/2026ຂ່າວສານປະຊາຊົນທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຝາກຝັງຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ22/01/2026ຂ່າວສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ: USABC ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ ຫວຽດນາມ ບົນວິວັດການນຳການເຕີບໂຕບັນລຸລະດັບສອງຕົວເລກ22/01/2026ຂ່າວສານຄຳສັ່ງກະທຳ22/01/2026ຂ່າວສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ: ສື່ມວນຊົນສາກົນ ຕີລາຄາກອງປະຊຸມໃຫຍ່ກຳນົດແນວທາງພັດທະນາຫວຽດນາມໃນໄລຍະໃໝ່22/01/2026ຂ່າວສານ ອ່ານເພີ່ມ