• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສາ​ກົນ: ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ

ກ່ອນ​ນີ້ 78 ປີ (29/05/1948), ສ​ປ​ຊ ໄດ້​ຈັດ​ສົ່ງ​ຄະ​ນະ​ຈັດ​ຕັ້ງ​ການ​ຕິດ​ຕາມກວດ​ກາ​ສັນ​ຕິ​ພາບ ສ​ປ​ຊ (UNTSO) ຢ່າງ​ເປັນ​ທາງ​ການ. ນັບ​ແຕ່​​ນັ້ນ​ມາ, ວັນ​ທີ 29 ພຶດ​ສະ​ພາ ຂອງທຸກໆ​ປີ ໄດ້​ກາຍ​ເປັນ​ວັນ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ສາ​ກົນ.
  ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ (ພາບປະ​ກອບ: ຄະນະ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ປະ​ຈຳ ສ​ປ​ຊ)  

ໂດຍ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ ສ​ປ​ຊ ນັບ​ແຕ່​ປີ 1977, ຫວຽດ​ນາມ ໄດ້​​ປະ​ກອບ​ສ່ວນຫຼາຍ​ພໍ​ສົມ​ຄວນ​ເຂົ້າ​ໃນ​ພາ​ລະ​ກຳ​ຮັກ​ສ​າ​ສັນ​ຕິ​ພາບ​ໂລກ ຂອງ ສ​ປ​ຊ. ນັບ​ແຕ່​ເດືອນ​ພຶດ​ສະ​ພາ 2014 ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ສົ່ງ​ນາຍ​ທະ​ຫານ​ ແລະ ທະ​ຫານ​ເປັນ​ມື​ອາ​ຊີບເກືອບ 1.400 ເທື່ອ​ຄົນໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ບັນ​ດາ​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ. ບັນ​ດາ​ກຳ​ລັງ​ນີ້ ໄດ້ ແລະ ພວມ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເລີດ, ໄດ້​ຮ​ັບ​ການ​ຕີ​ລາ​ຄ​າ​ສູງ​ຈ​າກ ສ​ປ​ຊ, ກອງ​ບັນ​ຊາ​ການ​ຄະ​ນະ​ຮັກ​ສາ​ສ​ັນ​ຕິ​ພາບ​ບັນ​ດາ​ປະ​ເທດ ກ່ຽວ​ກັບ​ທັງ​ລະ​ດັບ​ວິ​ຊາ​ການ, ຄວາມ​ສາ​ມາດ​ຈັດ​ຕັ້ງ​ວຽກ​ງານ ແລະ ສະ​ຕ​ິ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ… ທ່ານ ພັນ​ເອກ Yeman Yao Arsene, ຫົວ​ໜ້າ​ຄະ​ນະ​ແຜນ​ການ, ຕຳຫຼວດ​ຄະ​ນະ​ MINUSCA ໃຫ້​ຄຳ​ເຫັນ​ວ່າ:

“ຄູ່​ຮ່ວມ​ງານ​ ຫວຽດ​ນາມ ຍາມ​ໃດ​ກໍ​ສະ​ແດງ​ລັກ​ສະ​ນະ​ເປັນ​ລະ​ບຽບ​ວິ​ໄນ​ໄດ້​ເປັນ​ຢ່າງ​ດີຫຼາຍ. ເຂົາ​ເຈົ້າ​ປະ​ຕິ​ບັດ​ຖືກ​ຕ້ອງຕາມ​ໂມງ​ເວ​ລາ, ເຄົາ​ລົບ​ລະ​ບົບແບ່ງ​ຂັ້ນ​ບັນ​ຊາ ແລະ ມີ​ບັນ​ດາ​ມາດ​ຕະ​ຖານ​ສູງ​ສຸດ​ກ່ຽ​ວ​ກັບ​ການ​ນຸ່ງ​ຊຸດ​ແບບ​ຟອມ ກໍ​ຄື​ການ​ປະ​ພຶດ. ນັ້ນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ງານ​ທີ່​ດີ​ທີ່​ສຸດ ແລະ ການ​ສົມ​ທົບ​ກັບ​ພາກ​ສ່ວນ​ກໍ​ນັບ​ມື້​ນັບ​ມີ​ຄວາມ​ຜູກ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ.”

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top