• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນຜູ້ບໍລິຈາກເລືອດສາກົນ 14 ມິຖຸນາ: ຮັບປະກັນການໜູນຊ່ວຍໃຫ້ຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ

ເປົ້າໝາຍຂອງທັງປີ, ທົ່ວປະເທດສູ້ຊົນຂົນຂວາຍ, ຮັບເລືອດ 1.470.000 ຖົງ.
(ພາບປະກອບ: TTXVN)

 ວັນທີ 14 ມິຖຸນາ, ແມ່ນວັນໂລກສະຫງວນໃຫ້ຜູ້ບໍລິຈາກເລືອດ (ວັນຜູ້ບໍລິຈາກເລືອດສາກົນ, ວັນໂລກເຊີດຊູຜູ້ບໍລິຈາກເລືອດ).

        ຢູ່ ຫວຽດນາມ, ມາຮອດປະຈຸບັນ, ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້ເຂົ້າສູ່ປົກກະຕິເທື່ອລະກ້າວ. ປະລິມານເລືອດທີ່ຂົນຂວາຍ ແລະ ໄດ້ຮັບໃນແຕ່ລະປີ ແມ່ນຕອບສະໜອງໄດ້ຄວາມຕ້ອງການປິ່ນປົວສຸກເສີນ, ປິ່ນປົວໃຫ້ຄົນເຈັບໂດຍພື້ນຖານ, ໂດຍສະເພາະແມ່ນໃນການເກີດໄພພິບັດທຳມະຊາດ, ໂລກລະບາດ… ອ້າຍ ຫວູມິງເກື່ອງ, ຢູ່ເມືອງ ກຣົງ ບຸກ, ແຂວງ ດັກລັກ, ເຊິ່ງແມ່ນໜຶ່ງໃນບັນດາບຸກຄົນດີເດັ່ນໃນຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ແຂວງ ດັກລັກ ໄລຍະ 2013 – 2023, ແບ່ງປັນວ່າ:

        “ຂ້າພະເຈົ້າໄປບໍລິຈາກເລືອດຄັ້ງທຳອິດນັ້ນແມ່ນມີຄວາມຕື້ນຕັນໃຈ, ເປັນຫ່ວງຫຼາຍ. ແຕ່ເມື່ອບໍລິຈາກເທື່ອທີ 1, ທີ 2, ທີ 3 ເຫັນວ່າສຸຂະພາບຍັງປົກກະຕິ ແລະ ຂ້າພະເຈົ້າສືບຕໍ່ບໍລິຈາກເລືອດ ແລະ ຂົນຂວາຍບັນດາສະມາຊິກຊາວໜຸ່ມພ້ອມກັບບໍລິຈາກເລືອດ ເພື່ອໃຫ້ແຫຼ່ງເລືອດຂອງໂຮງໝໍເປັນຢ່າງດີກວ່າ, ຈາກນັ້ນເບິ່ງແຍງດູແລໃຫ້ຄົນເຈັບກໍ່ດີກວ່າ”.

        ຕາມການສະຖິຕິແລ້ວ, ໃນ 6 ເດືອນຕົ້ນປີ 2023, ທົ່ວປະເທດໄດ້ຂົນຂວາຍ, ຮັບເລືອດ 720.000 ຖົງ. ເປົ້າໝາຍຂອງທັງປີ, ທົ່ວປະເທດສູ້ຊົນຂົນຂວາຍ, ຮັບເລືອດ 1.470.000 ຖົງ. ທ່ານ ຫວູແທັງລຶວ, ຮອງປະທານສູນກາງສະພາກາແດງ ຫວຽດນາມ, ຖືວ່າ:

        “ເພື່ອເສີມຂະຫຍາຍ ແລະ ເພີ່ມທະວີປະສິດທິຜົນຂອງການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ພວກເຮົາຕ້ອງສຸມໃສ່ເພີ່ມທະວີວຽກງານໂຄສະນາວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ພິເສດແມ່ນສຸມໃສ່ໂຄສະນາ, ທະວີຄຸນບັນດາແບບຢ່າງໄດ້ຮັບການເຊີດຊູ. ຜູ້ບໍລິຈາກແຕ່ລະຄົນແມ່ນນັກໂຄສະນາທີ່ມີປະສິດທິຜົນ ເພື່ອໃຫ້ວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈໃຫ້ນັບມື້ນັບດີກວ່າເກົ່າ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ

Top