• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນກິລາ ຫວຽດນາມ 27 ມີນາ: ສ້າງຄວາມຊິນເຄີຍອອກກຳລັງກາຍຢ່າງເໝາະສົມໃນຕະຫຼອດຊີວິດເພື່ອຮັກສາ ແລະ ຍົກສູງສຸຂະພາບຮ່າງກາຍ

ຕອນເຊົ້າວັນທີ 27 ມີນາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ຈັດວັນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນທັງຊາດ ປີ 2022 ດ້ວຍການເຂົ້າຮ່ວມຂອງນັກກິລາອາຊີບ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ, ນັກຮົບກຳລັງປະກອບອາວຸດ… ຫຼາຍກວ່າ 6000 ຄົນ.
(ພາບປະກອບ)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນກິລາ ຫວຽດນາມ ຄົບຮອບ 76 ປີ(27/3/1946 – 27/3/2022), ມີການເຄື່ອນໄຫວກິລາຫຼາຍຢ່າງຖືກຈັດຂຶ້ນໃນຂອບເຂດທົ່ວປະເທດ. ຕອນເຊົ້າວັນທີ 27 ມີນາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ຈັດວັນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນທັງຊາດ ປີ 2022 ດ້ວຍການເຂົ້າຮ່ວມຂອງນັກກິລາອາຊີບ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ, ນັກຮົບກຳລັງປະກອບອາວຸດ… ຫຼາຍກວ່າ 6000 ຄົນ. ນີ້ກໍແມ່ນໂອກາດເພື່ອຢັ້ງຢືນກຳລັງແຮງຂອງທົ່ວປວງຊົນທັງຊາດສາມັກຄີກັນ ແລະ ພ້ອມກັນເຄື່ອນໄຫວ, ປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ຮຽກຮ້ອງທົ່ວປວງຊົນຝຶກແອບກິລາກາຍຍະກຳ.

ໃນວັນດຽວກັນ, ຢູ່ນະຄອນ ຮະລອງ, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດພິທີປຸກລະດົມບັ້ນເຄື່ອນໄຫວ “ທົ່ວປວງຊົນຝຶກແອບອອກກຳລັງ ກາຍຕາມແບບຢາງ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່”, ວັນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນທັງຊາດ ລາງວັນ ແລ່ນມາຣາທອນ ຄັ້ງທີ 51, ລາງວັນແລ່ນລວມໝູ່ ຄັ້ງທີ 28 ແລະ ຕອບສະໜອງງານມະຫາກຳກິລາ SEA Games 31.

ຢູ່ນະຄອນ ເຫວ້ ກໍໄດ້ຈັດການເຄື່ອນໄຫວກິລາຫຼາຍຢ່າງເພື່ອຕອບສະໜອງວັນກິລາ ຫວຽດນາມ ເຊັ່ນດຽວກັນ.


(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top