• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ​ເກືອບ 120.000 ໂດ​ສ ໄດ້​ຂົນ​ສົ່ງ​ມາ​ຮອດ​ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດ

ວັກຊິນງວດນີ້ ລວມທັງໝົດ 117.600 ໂດສ ໂດຍ ກຸ່ມບໍລິສັດການຢາ AstraZeneca ສົມທົບກັບ ມະຫາວິທະຍາໄລ Oxford (ລາຊະອານາຈັກອັງກິດ) ຄົ້ນຄວ້າ ແລະ ຜະລິດ.
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ, ຜູ້ຕາງໜ້າສະຖານທູດ ອັງກິດ ປະຈຳ ນະຄອນໂຮ່ຈີມິນ ພ້ອມດ້ວຍຜູ້ຕາງໜ້າບໍລິສັດນຳເຂົ້າວັກຊິນ ຮັບວັກຊິນງວດທຳອິດ (ພາບ: tuoitre.vn)

ຕອນບ່າຍວັນທີ 24 ກຸມພາ, ວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ ໄດ້ຂົນສົ່ງມາຮອດ ຫວຽດນາມ ຜ່ານທ່າອາກາດສະຍານສາກົນ ເຕິນເຊິນເຍິດ. ວັກຊິນງວດນີ້ ລວມທັງໝົດ 117.600 ໂດສ ໂດຍ ກຸ່ມບໍລິສັດການຢາ AstraZeneca ສົມທົບກັບ ມະຫາວິທະຍາໄລ Oxford (ລາຊະອານາຈັກອັງກິດ) ຄົ້ນຄວ້າ ແລະ ຜະລິດ.

         ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ຖືວ່າ ວັກຊິນງວດທຳອິດນີ້ ໄດ້ນຳເຂົ້າມາຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໄດ້ຢ່າງທັນການ. ເຖິງວ່າ, ທົ່ວປະເທດໄດ້ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີກໍຕາມ, ແຕ່ເພື່ອປະຕິບັດເປົ້າຍຄວບຄູ ທັງຕ້ານໂລກລະບາດທັງພັດທະນາເສດຖະກິດນັ້ນ ແນ່ນອນວ່າຕ້ອງສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ ເພື່ອສ້າງລະບົບພູມຕ້ານຕານໃນວົງຄະນະຍາດ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top