• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລີບີ ປາດຖະໜາຢາກປັບປຸງ ແລະ ພັດທະນາການພົວພັນຮ່ວມມືກັບ ຫວຽດນາມ

ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ສະເໜີໃຫ້ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດການຮ່ວມມື ອາຊຽນ
ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ລີບີ ແລະ ທ່ານ Muhmamad Al-Menfi, ປະທານສະພາປະທານາທິບໍດີ ລີບີ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອີຢິບ)

ວັນທີ 17 ມັງກອນ, ຢູ່ນະຄອນຫຼວງ Tripoli, ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ລີບີ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ຕໍ່ທ່ານ Muhmamad Al-Menfi, ປະທານສະພາປະທານາທິບໍດີ ລີບີ. ກ່າວຄຳເຫັນພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ສະເໜີໃຫ້ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດການຮ່ວມມື ອາຊຽນ, ພ້ອມກັນນັ້ນກໍ່ເປີດກວ້າງການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ.

ສ່ວນທ່ານ Muhmamad Al-Menfi ເນັ້ນໜັກວ່າ ລີບີ ຍາມໃດກໍ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ລີບີ. ພິເສດ, ລີບີ ປາດຖະໜາຢາກໃຫ້ ຫວຽດນາມ ໜູນຊ່ວຍ ແລະ ແບ່ງປັນບົດຮຽນກ່ຽວກັບການສ້າງສາປະເທດຊາດຄືນໃໝ່.

(ແຫຼ່ງຄັດຈາກ VOV)

ກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ໂຄງການກະທຳມີຄວາມໝາຍສຳຄັນພິເສດ, ແມ່ນວິທີເຮັດປ່ຽນແປງໃໝ່, ທັງມີລັກສະນະຍຸດທະສາດ, ກວມລວມ, ທັງມີລັກສະນະລະອຽດ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ເຂົ້າສູ່ຕົວຈິງໂດຍໄວ.

Top