• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່

ວັນ​ທີ 9 ກໍ​ລະ​ກົດ, ຢູ່​ ຮ່າ​ໂນ້ຍ, ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Tony Blair ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ ອັງ​ກ​ິດ, ປະ​ທານ​ຜູ້​ບໍ​ລິ​ຫານ​ສະ​ຖາ​ບັນ Tony Blair ເພື່ອ​ການ​ປ່ຽນ​ແປງ​ທົ່ວ​ໂລກ (TBI), ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ກຳ​ນົດ​ທິດ​ທາງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແນ​ໃສ່​ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ໄລ​ຍ​ະ​ໃໝ່.
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຟ້າມ​ຢາ​ຕຸກ ຕ້ອນ​ຮັບ​ທ່ານ Tony Blair ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ ອັງ​ກ​ິດ (ພາບ: VNA)  

ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ ຟ​້​າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຮັບ​ຮູ້​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ TBI ກັບ​ບັນ​ດາ​ອົງ​ການ​ຂອງງ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ; ສະ​ເໜີ​ໃຫ້ TBI ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ, ກອງ​ທຶນ​ລົງ​ທຶນ ແລະ ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຈາກ ເອີ​ຣົບ, ຕາ​ເວັນ​ອອກ​ກາງ ແລະ​ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ທີ່​ລົງ​ທຶນ​ເຂົ້າ ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ປັນ​ຍາ​ປະ​ດິດ (AI), ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ສູນ​ຂໍ້​ມູນ​ຂ່າວ​ສານ, ພະ​ລັງ​ງານ​ທົດ​ແທນ, hydrogen ແລະ ໄຟ​ຟ້າ​ແຮງ​ລົມ​ນອກ​ຝັ່ງ; ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ…

ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tony Blair ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ພ້ອມ​ທັງ​ຕີ​ລາ​ຄາ​ວ່າ ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ໃນ​ປີ 2045 ແມ່ນ​​ຈະສາ​ມາດ​ປະ​ຕິ​ບັດ​ໄດ້. ທ່ານ Tony Blair ຢັ້ງ​ຢືນ​ວ່າ, TBI ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ ມີ​ການ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ, ຊຸກ​ຍູ້​ການ​ລົງ​ທຶນ ແລະ ການ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ.

(ແຫຼ໋ງຄັດຈາກ VOV)

ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ແຂວງ ກວາງ​ຈິ

ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ແຂວງ ກວາງ​ຈິ

ບັນ​ດາ​ຂໍ້​ມູນ​ທີ່​ມີ​​ໃນ​ປະ​ຈຸ​ບັນກໍ່​ໃຫ້​ເຫັນ​ວ່າ ເຂດນີ້​ໄດ້​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດລວມ 29 ອັດ​ຖິ.

Top