• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ-ໄທ ຮ່ວມໃຈກັນຕ້ານໄຟໄໝ້ລາມປ່າ

      ການຈັດງານມະຫາກໍາ ແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ໝອກຄວັນ 2 ແຜ່ນດິນ ໄທ-ລາວ, ລາວ-ໄທ ປະຈໍາປີ 2019 ແມ່ນເພື່ອປະສານການຮ່ວມມືກັບອໍານາດການປົກຄອງ ແຕ່ລະຂັ້ນຂອງທັງ 3 ແຂວງ 2 ປະເທດ, ໂດຍສະເພາະແມ່ນປະຊາຊົນຂອງທັງສອງປະເທດ ທີ່ຢູ່ລຽບຊາຍແດນ ໃນການປ້ອງກັນ ແລະ ແກ້ໄຂບັນຫາໄຟປ່າ ແລະ ໝອກຄວັນ ຮ່ວມກັນ ແລະ ທັງເພື່ອເປັນການເຊື່ອມສໍາພັນໄມຕີຈິດ, ມິດຕະພາບທີ່ດີຕໍ່ກັນລະຫວ່າງທັງ 2 ປະເທດ ເວົ້າລວມ, ເວົ້າສະເພາະແມ່ນ 3 ແຂວງ ທີ່ມີຊາຍແດນຕິດຈອດກັນ.
            ເນື່ອງຈາກປະເທດລາວ ແລະ ໄທ ເຄີຍປະສົບບັນຫາໄຟໄໝ້ລາມປ່າເຊີ່ງເປັນສາເຫດ ສໍາຄັນທີ່ກໍ່ໃຫ້ເກີດມີໝອກຄວັນປົກຄຸມໄປທົ່ວບໍລິເວນ 2 ແຜ່ນດິນ 3 ແຂວງ ຄື: ແຂວງ ໄຊຍະບູລີ, ແຂວງ ບໍ່ແກ້ວ ສປປ ລາວ ແລະ ແຂວງ ຊຽງລາຍ ຣາຊະອານາຈັກໄທ, ເຊິ່ງໝອກຄວັນດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ, ສຸຂະພາບ, ສິ່ງແວດລ້ວມ ແລະ ວິໄສທັດໃນການຄົມມະນາຄົມສັນຈອນໄປມາຂອງປະຊາຊົນ 2 ຊາດ ລາວ-ໄທ ແລະ ໄທ-ລາວ.
            ດັ່ງນັ້ນ, ໃນວັນທີ 18 ກຸມພາ 2019 ນີ້, ການນໍາຂອງ 3 ແຂວງ, 2 ແຜ່ນດິນດັ່ງກ່າວ ຈຶ່ງຮ່ວມກັນຈັດ ງານມະຫາກໍາ ແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ໝອກຄວັນ 2 ແຜ່ນດິນ ໄທ-ລາວ ແລະ ລາວ-ໄທ ປະຈໍາປີ 2019 ຂຶ້ນທີ່ ສວນອຸດທິຍານແຫ່ງຊາດ ພູຊີ້ຟ້າ ຕໍາບົນ ຕັບເຕົ່າ, ອໍາເພີເທິງ, ຈັ່ງຫວັດຊຽງລາຍ. ເຂົ້າຮ່ວມງານດັ່ງກ່າວ ຝ່າຍລາວ ແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ພ້ອມດ້ວຍຄະນະ, ແຂວງ ບໍ່ແກ້ວ ນໍາໂດຍ ທ່ານ ສົມລິດ ສີພາວັນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ແລະຝ່າຍໄທ ນໍາໂດຍ ທ່ານ ປຣະຈົນ ປຣະສະກຸນ, ຜູ້ວ່າລາຊະການ ຈັງຫວັດ ຊຽງລາຍ ພ້ອມດ້ວຍການນໍາ ຈັງຫວັດ, ອໍານາດການປົກຄອງ ແລະ ປະຊາຊົນ ພາຍໃນ ຕໍາບົນ ຕັບເຕົ່າ, ອໍາເພີເທິງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
            ການຈັດງານມະຫາກໍາ ແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ໝອກຄວັນ 2 ແຜ່ນດິນ ໄທ-ລາວ, ລາວ-ໄທ ປະຈໍາປີ 2019 ແມ່ນເພື່ອປະສານການຮ່ວມມືກັບອໍານາດການປົກຄອງ ແຕ່ລະຂັ້ນຂອງທັງ 3 ແຂວງ 2 ປະເທດ, ໂດຍສະເພາະແມ່ນປະຊາຊົນຂອງທັງສອງປະເທດ ທີ່ຢູ່ລຽບຊາຍແດນ ໃນການປ້ອງກັນ ແລະ ແກ້ໄຂບັນຫາໄຟປ່າ ແລະ ໝອກຄວັນ ຮ່ວມກັນ ແລະ ທັງເພື່ອເປັນການເຊື່ອມສໍາພັນໄມຕີຈິດ, ມິດຕະພາບທີ່ດີຕໍ່ກັນລະຫວ່າງທັງ 2 ປະເທດ ເວົ້າລວມ, ເວົ້າສະເພາະແມ່ນ 3 ແຂວງ ທີ່ມີຊາຍແດນຕິດຈອດກັນ.
            ໃນພິທີດັ່ງກ່າວ, ການນໍາຂອງແຕ່ລະແຂວງ ແມ່ນໄດ້ຜັດປ່ຽນກັນຂຶ້ນກ່າວຕ້ອນຮັບ ແລະ ມີຄໍາເຫັນຕໍ່ວຽກງານປ້ອງກັນ, ແລະ ແກ້ໄຂບັນຫາໄຟປ່າ ແລະ ໝອກຄວັນ ຂອງສອງປະເທດ ເຊິ່ງແຕ່ລະທ່ານ ແມ່ນໄດ້ຍົກໃຫ້ເຫັນຜົນຮ້າຍຂອງການເຜົາປ່າ, ເຊິ່ງສົ່ງຜົນກະທົບຕໍ່ ການທໍາມາຫາກິນ, ຕໍ່ຊັບພະຍາກອນທໍາມະຊາດ, ຕໍ່ລະບົບການເດີນຫາຍໃຈ, ຕໍ່ການຄົມມະນາຄົມ ແລະ ອື່ນໆ, ອັນໄດ້ກໍ່ໃຫ້ເກີດຜົນເສຍຫາຍຢ່າງມະຫາສານໃຫ້ທັງ ສອງປະເທດ.
            ພ້ອມດຽວກັນ, ການນໍາຂອງທັງ 3 ແຂວງ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນ ຂອງທັງສອງປະເທດ, ໂດຍສະເພາະແມ່ນປະຊາຊົນທີ່ຢູ່ລຽບຊາຍແດນ ຈົ່ງຮ່ວມໃຈກັນ ແລະ ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນ ບັນຫາໄຟປ່າ ເພື່ອບໍ່ໃຫ້ເກີດມີໝອກຄວັນ ລ່ອງລອຍຕາມອາກາດ.
            ໃນຕອນທ້າຍຂອງພິທີ, ການນໍາ ຂອງທັງ 3 ແຂວງກໍ່ໄດ້ມອບຂອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ ພ້ອມທັງໄດ້ມອບ ອຸປະກອນໃນການດັບໄຟປ່າ, ແລະ ເຮັດທົດລອງໃນການປ້ອງກັນບໍ່ໃຫ້ເກີດມີໄຟໄໝ້ລາມປ່າ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າອີກ.

Top