• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ແລະ ຫວ​ຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ

ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.

ພະທາດຫຼວງ (ພາບ: Lonely Planet)

ໜັງສືພິມ Vientianes Times ສະບັບອອກວັນທີ 10 ເດືອນຕຸລາໄດ້ລົງພິມຂ່າວກ່ຽວກັບເລື່ອງ ບັນດາເຈົ້າໜ້າທີ່ມາຈາກ 4 ແຂວງພາກໃຕ້ຂອງລາວ ແລະ ບັນດາແຂວງພາກກາງ ແລະ ພາກໃຕ້ ຫວຽດນາມ, ພ້ອມກັບບັນດາບໍລິສັດທີ່ກ່ຽວຂ້ອງເຖິງຂົງເຂດການທ່ອງທ່ຽວໃນເວລາມໍ່ໆມານີ້ໄດ້ຈັດກອງປະຊຸມກຸ່ມ ຢູ່ແຂວງຈຳປາສັກ, ພາກໃຕ້ປະເທດ ລາວ, ເພື່ອປຶກສາຫາລືກ່ຽວກັບການພ້ອມກັນມານະພະຍາຍາມດຶງດູດແຂກທ່ອງທ່ຽວທີ່ມາຈາກສອງປະເທດຕື່ມອີກ.

        ວັນທີ 9 ຕຸລາ, ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ ບຸນທອງ ບຸບຜາສະຫວັນ, ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງ ອັດຕະປື ໃຫ້ຮູ້ວ່າ ທີ່ກອງປະຊຸມ, ສອງຝ່າຍໄດ້ຂຶ້ນແຜນການຈັດຕັ້ງບັນດາການເຄື່ອນໄຫວເພື່ອຊຸກຍູ້ການທ່ອງທ່ຽວ ແລະ ປຶກສາຫາລືກ່ຽວກັບບັນດາໂຄງການທ່ອງທ່ຽວ. ສອງຝ່າຍກໍໍໍ່ຊັ່ງຊາບັນດາມາດຕະການເພື່ອແນໃສ່ປັບປຸງພື້ນຖານດ້ານວັດຖຸ ແລະ ບັນດາລະບຽບການໃນການເຂົ້າເມືອງ, ເຫັນດີເປັນເອກະພາບກັນກວດກາບັນດາຮາກຖານບໍລິການທ່ອງທ່ຽວ ຢູ່ບັນດາສະຖານທີ່ທ່ອງທ່ຽວເພື່ອແນໃສ່ຮັບປະກັນວ່າ ບັນດາຮາກຖານເຫຼື່ອນີ້ມີຄຸນນະພາບໃນການບໍລິການ.

        ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກໍ່ຍົກອອກບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວມປະເຊີນໜ້າ, ປຶກສາກ່ຽວກັບຈຸດຮ້ອນເຮັ່ງໃນການທ່ອງທ່ຽວ ແລະ ແບ່ງປັນບັນດາຄວາມຄິດເຫັນເພື່ອແນໃສ່ດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກ່ວາຕື່ມອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top