• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງບັນດານະຄອນທ່ອງທ່ຽວຢູ່ລຸ່ມແມ່ນໍ້າຂອງ

      ໜັງສືພິມ ວຽງຈັນທາມ ໄດ້ໃຫ້ຂ່າວວ່າ ໃນລະຫວ່່າງວັນທີ 12 – 15 ຕຸລາຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ຈະຈັດຕ້ັງກອງປະຊຸມເຈົ້າຄອງບັນດານະຄອນທ່ອງທ່ຽວຢູ່ລຸ່ມແມ່ນໍ້າຂອງປີ 2019 ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດານະຄອນ ຂອງ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.
            ເຂົ້າຮ່ວມກອງປະຊຸມ ຈະມີບັນດາການນໍາບັນດານະຄອນຄື ນະຄອນໂຮ່ຈີມິນຂອງ ຫວຽດນາມ, ນະຄອນພະນົມເປັນ ຂອງ ກໍາປູເຈຍ, ນະຄອນ Yangon ຂອງ ມຽນມາ, ນະຄອນຫຼວງ ບາງກອກ ປະເທດໄທ ແລະ ນະຄອນຫຼວງວຽງຈັນ. ຈຸດສຸມຂອງກອງປະຊຸມຄັ້ງນີ້ ແມ່ນປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອແນໃສ່່ປົວແປງ ແລະ ຍົກລະດັບບັນດາຜະລິດຕະພັນທ່ອງທ່ຽວ ແລະ ການບໍລິການ, ກໍຄືສ້າງກໍາລັງດູດດື່ມຂອງບັນດານະຄອນ ຢູ່ເຂດລຸ້ມແມ່ນໍ້າຂອງ ເພື່ອດຶງດູດແຂກທ່ອງທ່ຽວໃນພາກພື້ນ ແລະ ໃນໂລກ.      

ກອງປະຊຸມຈະຖືກຈັດຂຶ້ນ ກົງກັບໂອກາດອອກພັນສາ ແລະ ບຸນຊ່ວງເຮືອ ຈະດໍາເນີນໄປຢູ່ວຽງຈັນ (ພາບປະກອບ: VOV)
      ຕາມທ່ານນາງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ວິໄລວອນ ຈັນທະລາຕີ ແລ້ວ, ເຫດການດັ່ງກ່າວຈະຖືກຈັດຂຶ້ນ ກົງກັບໂອກາດອອກພັນສາ ແລະ ບຸນຊ່ວງເຮືອ ຈະດໍາເນີນໄປຢູ່ວຽງຈັນ. ນີ້ໄດ້ຮັບຖືວ່າ ແມ່ນໂອກາດທີ່ດີ ເພື່ອໂຄສະນາການທ່ອງທ່ຽວຂອງນະຄອນຫຼວງວຽງຈັນ.
        ຕາມການສະຖິຕິແລ້ວ, ປີ 2018, ນະຄອນຫຼວງວຽງຈັນໄດ້ຕ້ອນຮັບແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຈໍານວນ 2,7 ລ້ານເທື່ອຄົນ ມາຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວ ແລະ ເຂົ້າຮ່ວມບັນດາງານບຸນທີ່ເປັນເອກະລັກສະເພາະຢູ່ທີ່ນີ້. 
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top