• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານຫ້ອງວ່າການ

ກອງປະຊຸມສຳມະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການສັງລວມ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ເມສາ.
ກອງປະຊຸມສຳມະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການສັງລວມ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ເມສານີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີວິທະຍາກອນຈາກຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານ-ລັດຖະກອນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານເສນາທິການໃຫ້ແກ່ລັດຖະບານ ໃນ 2 ຫົວຂໍ້ ຈາກພະນັກງານຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄື: "ບົດຮຽນການກະກຽມກອງປະຊຸມລັດຖະບານ" ແລະ "ບົດຮຽນໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ".

ກອງປະຊຸມສຳມະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການສັງລວມ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ 
ໃນໂອກາດກ່າວເປີດກອງປະຊຸມສຳມະນາ, ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງບັນດາຫົວຂໍ້ກໍຄືບົດຮຽນທີ່ໄດ້ນຳມາສະເໜີແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້, ຊຶ່ງເຫັນວ່າ ເປັນການນຳສະເໜີບົດຮຽນ ແລະ ປະສົບການຕົວຈິງທີ່ສອງຫ້ອງວ່າການ ລາວ ແລະ ຫວຽດນາມ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ກໍຄືປັດຈຸບັນ, ໂດຍເຫັນສົມຄວນມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໃນແຕ່ລະໄລຍະ ເພື່ອພ້ອມກັນປັບປຸງແກ້ໄຂວຽກງານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ການຈັດກອງປະຊຸມສຳມະນາຄັ້ງນີ້ ກໍແມ່ນການຈັດຕັ້ງປະຕິບັດຕາມແຜນການຕົກລົງຮ່ວມມືກັນ ຂອງສອງຫ້ອງວ່າການ ລາວ ແລະ ຫວຽດນາມ, ທັງເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ກ້າວສູ່ລວງເລິກ, ກວ້າງຂວາງ, ເຕີບໃຫຍ່ຂະຫຍາຍຕົວ, ເກີດດອກອອກຜົນ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.
ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງສຸດຄວາມສາມາດ ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການມານຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເກີດດອກອອກຜົນ. ອັນສຳຄັນ ແມ່ນໃຫ້ພ້ອມກັນປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, (ມີຄຳຖາມ, ມີການສົນທະນາ) ຕໍ່ບັນຫາຕ່າງໆ ທີ່ເຫັນວ່າ ຕ້ອງໄດ້ມີການປັບປຸງແກ້ໄຂໃຫ້ດີຂຶ້ນ ແລະ ເປັນປະໂຫຍດຢ່າງແທ້ຈິງ ເພື່ອຮັບປະກັນແກ່ການຈັດຕັ້ງປະຕິບັດວຽກງານເສນາທິການ ໃຫ້ລັດຖະບານ ມີຄວາມສະດວກ, ວ່ອງໄວ, ທັນການ, ມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະ ສາມາດຈັດຕັ້ງປະຕິບັດໄດ້.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top