• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX

ກອງປະຊຸມເທື່ອນີ້ ຈະຮັບຟັງບົດລາຍງານ ແລະ ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ, ຮັບຟັງ ແລະ ພິຈາລະນາບົດລາຍງານຕີລາຄາວຽກງານຈັດຕັ້ງປະຕິບັດກົດໝາຍກ່ຽວກັບຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຮັບຟັງການອະພິປາຍຂອງບັນດາສະມາຊິກລັດຖະບານ ແລະ ບາງພາກສ່ວນທີ່ກ່ຽວຂ້ອງ ຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ກ່າວຄຳເຫັນທີ່ພິທີໄຂ (ພາບ: TTXVN)

ຕອນເຊົ້າວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ລາວ ຊຸດທີ IX. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ ກອງປະຊຸມເທື່ອນີ້ ຈະຮັບຟັງບົດລາຍງານ ແລະ ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ, ຄື: ບົດລາຍງານຂອງລັດຖະບານກ່ຽວກັບບັນດາບັນຫາພົ້ນເດັ່ນກາງອາຍຸການ (ໄລຍະ 2021 – 2023) ແລະ ທິທາງແຜນການທ້າຍອາຍຸການ (2023 – 2025); ໝາກຜົນການເຄື່ອນໄຫວຂອງລັດຖະບານ ປີ 2023 ແລະ ແຜນການປີ 2024; ບົດລາຍງານໝາກຜົນການຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ກາງອາຍຸການ (ໄລຍະ 2021 – 2023) ແລະ ທິດທາງແຜນການເຄື່ອນໄຫວທ້າຍອາຍຸການ (2023 – 2025); ການປະຕິບັດວຽກງານປີ 2023 ແລະ ທິດທາງການເຄື່ອນໄຫວປີ 2024 ສຳລັບຂົງເຂດ ງົບປະມານແຫ່ງລັດ, ສົກປີການເງິນ; ບົດລາຍງານການຈັດຕັ້ງປະຕິບັດບັນດາໂຄງການດຳເນີນງານແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ ແລະ ໂຄງການດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ.

ກອງປະຊຸມກໍຮັບຟັງ ແລະ ພິຈາລະນາບົດລາຍງານຕີລາຄາວຽກງານຈັດຕັ້ງປະຕິບັດກົດໝາຍກ່ຽວກັບຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຮັບຟັງການອະພິປາຍຂອງບັນດາສະມາຊິກລັດຖະບານ ແລະ ບາງພາກສ່ວນທີ່ກ່ຽວຂ້ອງ ຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top