• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຫວຽດນາມໃນການພັດທະນາກະສິກຳແບບຍືນຍົງ

      ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຫວັງວ່າ ທາໂກ(THACO) ແລະ ຮ່ວາງແອັງຢາລາຍ(HAGL) ຈະຕັ້ງໜ້າຖ່າຍທອດເຕັກໂນໂລຢີໃຫ້ແກ່ປະຊາຊົນລາວ, ຊ່ວຍເຫຼືອປະຊາຊົນລາວໄດ້ສຳພັດກັບບັນດາວິທີການຜະລິດກະສິກຳທັນສະໄຫມໂດຍໄວ.
            ໃນການຕ້ອນຮັບປະທານກຸ່ມບໍລິສັດ ທາໂກ (THACO) ເຈິ່ນບ໊າເຢືອງ ແລະ ປະທານກຸ່ມບໍລິສັດ ຮ່ວາງແອັງຢາລາຍ(HAGL) ດ່ວານງວຽນດຶ໊ກ ຢູ່ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຍຸດທະສາດ ການລົງທຶນໃນຂົງເຂດປູກຕົ້ນໄມ້ກິນໝາກຢູ່ລາວ, ກໍ່ຄືຄຳໝັ້ນສັນຍາຈະເຮັດໃຫ້ສຳເລັດ ແລະ ມອບສົ່ງສະໜາມບິນໜອງຄ້າງ, ແຂວງຫົວພັນໃຫ້ລາວ ໃນໂອກາດວັນຊາດລາວ ວັນທີ 2 ທັນວາ ປີ 2019 ຂອງກຸ່ມບໍລິສັດ ທາໂກ (THACO) ແລະ ກຸ່ມບໍລິສັດ ຮ່ວາງແອັງຢາລາຍ(HAGL).

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖ່າຍຮູບກັບການນໍາ ແລະ ພະນັກງານກຸ່ມບໍລິສັດ ທາໂກ (ພາບ: TTXVN)
      ລາຍງານກັບທ່ານນາຍົກລັດຖະມົນຕີລາວກ່ຽວກັບຍຸດທະສາດການຮ່ວມມືພັດທະນາ ກະສິກຳ ລະຫວ່າງ ທາໂກ (THACO) ແລະ ຮ່ວາງແອັງຢາລາຍ(HAGL). ປະທານກຸ່ມບໍລິສັດ ທາໂກ (THACO) ເຈິ່ນບ໊າເຢືອງ ໃຫ້ຮູ້ວ່າ ທາໂກ(THACO) ຈະຮັບຜິດຊອບການສະໜອງເຄື່ອງກົນຈັກ, ອຸປະກອນກະສິກຳ ແລະ ມາດຕະການ ນຳເອົາກົນຈັກມານຳໃຊ້ໃນການປູກຝັງ ແລະ ບົວລະບັດຕົ້ນໄມ້ໃນນິຄົມກະເສດຂອງ ຮ່ວາງແອັງຢາລາຍ(HAGL) ຢູ່ແຂວງອັດຕະປືທາງພາກໃຕ້ ປະເທດລາວ ໃນປັດຈຸບັນໃຫ້ຄົບຊຸດ. ກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງສະໜາມບິນ    ໜອງຄ້າງຢູ່ແຂວງຫົວພັນໂດຍບໍລິສັດຮ່ວາງແອັງຢາລາຍ(HAGL)ເປັນຜູ້ລົງທຶນ, ທາໂກ (THACO) ໃຫ້ຄຳໝັ້ນສັນຍາວ່າຈະຈ່າຍງົບປະມານລ່ວງໜ້າໃຫ້ຮ່ວາງແອັງຢາລາຍ(HAGL) ກ່ອນ 12ລ້ານ USD ເພື່ອສືບຕໍ່ກໍ່ສ້າງບັນດາລາຍການຍັງເຫຼືອໃຫ້ສຳເລັດ, ພ້ອມທັງມອບໃຫ້   ບໍລິສັດລົງທຶນພື້ນຖານໂຄງລ່າງ ດ້າຍກວາງມີງ ຂອງ ທາໂກ (THACO) ຊ່ວຍເຫຼືອໃນການຄຸ້ມຄອງ, ຕິດຕາມກວດກາການກໍ່ສ້າງເພື່ອຮັບປະກັນ ຄຸນນະພາບ ແລະ ສາມາດເຮັດໃຫ້ໂຄງການສຳເລັດຕາມເວລາກຳນົດ.
        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຫວັງວ່າ ທາໂກ(THACO) ແລະ ຮ່ວາງແອັງຢາລາຍ(HAGL) ຈະຕັ້ງໜ້າຖ່າຍທອດເຕັກໂນໂລຢີໃຫ້ແກ່ປະຊາຊົນລາວ, ຊ່ວຍເຫຼືອປະຊາຊົນລາວໄດ້ສຳພັດກັບບັນດາວິທີການຜະລິດກະສິກຳທັນສະໄຫມໂດຍໄວ.
 (ແຫຼ່ງຄັດຈາກ VOV)
 

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top