• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ “ ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຢູ່ລາຍການ, ຜູ້ຕາງໜ້າການນຳພັກ, ລັດ ແລະ ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກດົນຕີທີ່ມີຜົນງານດີເດັ່ນ, ຍ້ອງຍໍສັນລະເສີນພະນັກງານກຳມະບານ ແລະ ແຖວຖັນແພດໝໍ, ພະນັກງານການແພດ ຍ້ອນການອຸທິດສ່ວນອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.
ລາຍການ “ ຫວຽດນາມ - ຄາດຫວັງຄວາມສະຫງົບສຸກ”  (ພາບ: TTXVN)

ຕອນຄ່ຳວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ ແຮງງານ ຫວຽດນາມ ສົມທົບກັບກະຊວງສາທາລະນະສຸກ ແລະ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງ ລາຍການ “ ຫວຽດນາມ - ຄາດຫວັງຄວາມສະຫງົບສຸກ” ແລະ ມອບລາງວັນ  ງານແຂ່ງຂັນ 2 ຄັ້ງ “ສຽງເພງຢູ່ດ່ານໜ້າ” ແລະ “ຄວາມຊົງຈຳທີ່ຍາກຈະຫຼົງລືມໄດ້”.

ລາຍການແມ່ນການສົມທົບລະຫວ່າງ ບັນດາບົດສາລະຄະດີ, ຄຼິບວີດີໂອ, ການພົບປະແລກປ່ຽນຢູ່ສະຖານີໂທລະພາບກັບ ບັນດາບຸກຄົນ ແລະ ບັນດາລາຍການສະແດງສິລະປະທີ່ພົ້ນເດັ່ນ ເຊິ່ງເປັນທີ່ຮູ້ຈັກຂອງທ່ານຜູ້ຊົມ ແລະ ບັນດາລາຍການໃໝ່ ທີ່ໄດ້ຮັບການສ້າງຂຶ້ນຈາກຜົນງານທີ່ບັນລຸໄດ້ລາງວັນສູງ ໃນງານແຂ່ງຂັນ “ສຽງເພງຢູ່ດ່ານໜ້າ” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັບສະມາຄົມນັກດົນຕີ ຫວຽດນາມ ຈັດຂຶ້ນ. ຢູ່ລາຍການ, ຜູ້ຕາງໜ້າການນຳພັກ, ລັດ ແລະ ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດານັກດົນຕີທີ່ມີຜົນງານດີເດັ່ນ, ຍ້ອງຍໍສັນລະເສີນພະນັກງານກຳມະບານ ແລະ ແຖວຖັນແພດໝໍ, ພະນັກງານການແພດ ຍ້ອນການອຸທິດສ່ວນອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top