• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ “ທ່ອງ​ທ່ຽວ​ຮ່າ​ໂນ້ຍ ສະ​ບາຍ​ດີ 2024 - Get on Hanoi 2024”ໄດ້​ຈັດ​ຂຶ້ນ​ຢ່າ​ງ​ຟົດ​ຟື້ນ

ລາຍການດຳເນີນດ້ວຍຫຼາຍການເຄື່ອນໄຫວທີ່ເປັນເອກະລັກ, ພິເສດແມ່ນການສະແດງສິລະປະ ທີ່ມີລັກສະນະປະຫວັດສາດ ແລະ ການສະແດງແສງສະຫວ່າງ ເຕັກໂນໂລຢີ laser mapping.
ພິທີປະກາດຂໍ້ຕົກລົງຮັບຮອງເອົາເຂດທ່ອງທ່ຽວເຍິດເຕິນ ດ້ວຍຫົວຂໍ້ “Get on Hanoi 2024 - ສີສັນໄຕໂຮ່” (ພາບ: qdnd.vn)

ຕອນບ່າຍວັນທີ 9 ມີນາ, ລາຍການ ທ່ອງທ່ຽວຮ່າໂນ້ຍ ສະບາຍດີ 2024 - Get on Hanoi 2024”  ແລະ ປະກາດຂໍ້ຕົກລົງຮັບຮອງເອົາເຂດທ່ອງທ່ຽວເຍິດເຕິນ ດ້ວຍຫົວຂໍ້ “Get on Hanoi 2024 - ສີສັນໄຕໂຮ່” ໄດ້ໄຂຂຶ້ນ ໃນບໍລິເວນວັດທະນະທຳປະດິດຄິດສ້າງ ໄຕໂຮ່, ຮ່າໂນ້ຍ.

ລາຍການດຳເນີນດ້ວຍຫຼາຍການເຄື່ອນໄຫວທີ່ເປັນເອກະລັກ, ພິເສດແມ່ນການສະແດງສິລະປະ ທີ່ມີລັກສະນະປະຫວັດສາດ ແລະ ການສະແດງແສງສະຫວ່າງ ເຕັກໂນໂລຢີ laser mapping. ນີ້ແມ່ນການສະແດງສິລະສົມທົບປັດໄຈປະຫວັດສາດ ແລະ ການສະແດງທັນສະໄໝ, ນຳມາເຊິ່ງເລື່ອງລາວ ກ່ຽວກັບຮ່າໂນ້ຍ ທີ່ຢອດຢ້ຽມ ແລະ ພັດທະນາ, ດ້ວຍການເຂົ້າຮ່ວມຂອງນັກສະແດງທີ່ເປັນມືອາຊີບເກືອບ 50 ຄົນ ແລະ ປະຊາຊົນ 150 ຄົນ.

ນີ້ແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວນະຄອນສືບຕໍ່ໂສຄະນາ ພາບພົດສະຖານທີ່ນັດພົດ ຮ່າໂນ້ຍ “ປອດໄພ - ໄມຕິຈິດ - ມີຄຸນນະພາບ - ດຶດງູດໃຈ”, ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top