• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ “ຊາວ​ໜຸ່ມ​ກັບ​ສີ​ສັນ​ວັດ​ທະ​ນະ​ທໍ​າ ອາ​ຊຽນ”

ລາຍການເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາປະເທດ ອາຊຽນ, ພ້ອມທັງແນະນຳກ່ຽວກັບຮູບພາບ, ປະເທດຊາດ ແລະ ຊາວ ຫວຽດນາມ ເຖິງບັນດາເພື່ອນໜຸ່ມ ອາຊຽນ ແລະ ສາກົນ.
ລາຍການສະແດງສິລະປະບັນປະເທດ ອາຊຽນ (ພາບ:TTXVN)

ຕອນຄ່ຳວັນທີ 20 ຕຸລາ, ຢູ່ເຂດທ່ອງທ່ຽວຊີວະພາບ ທຸງຍາມ, ເມືອງ ຮວາລື, ແຂວງ ນິງບິ່ງ ຫວຽດນາມ, ຄະນະຊາວໜຸ່ມ ຄອມມູນິດ ໂຮ່ຈີມິນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ,  ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ນິງບິ່ງ ຈັດງານພົບປະແລກປ່ຽນວັດທະນະທຳສິລະປະ “ຊາວໜຸ່ມ ກັບສີສັນວັດທະນະທຳ ອາຊຽນ”.

ລາຍການເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາປະເທດ ອາຊຽນ, ພ້ອມທັງແນະນຳກ່ຽວກັບຮູບພາບ, ປະເທດຊາດ ແລະ ຊາວ ຫວຽດນາມ ເຖິງບັນດາເພື່ອນໜຸ່ມ ອາຊຽນ ແລະ ສາກົນ, ປະກອບສ່ວນສຶກສາມູນເຊື້ອຮັກສາ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ສະຕິຄວາມຮັບຜິດຊອບກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳແຫ່ງຊາດຂອງລຸ້ນໜຸ່ມ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ກະ​ກຽມ​ພົບ​ປະ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ກະ​ກຽມ​ພົບ​ປະ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ຈີນ ຈະພົບປະກັນໃນທ້າຍອາທິດນີ້ຢູ່ ສະວິດ ເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າລະຫວ່າງສອງປະເທດ.

Top