• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ແຟ​ຊັນ “​ແມ່​ນ້ຳ​ລຳ​ແຊ​ຢູ່​ເຂດ​ທາງ​ທິດ​ຕ​າ​ເວັນ​ຕົກ”

ລາຍ​ການ​ໄດ້​ຈັດ​ເປັນ​ສາມ​ພາກຫຼັກ, ສ້າງ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ເຂດ​ມໍ​ລະ​ດົກ​ໃຫ້​ແກ່​ຜູ້​ຊົມ. ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ດົນ​ຕີ, ການ​ຟ້ອນ ແລະ ແຟ​ຊັນ​​ແມ່ນ​ຈຸດ​ພົ້ນ​ເດັ່ນ​ດ້ານ​ສິ​ລະ​ປະ​​ຂອງລາຍ​ການ.
  ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ​ຢູ່ ລາຍ​ການ (ພາບ: TTXVN)  
ຕອນ​ຄ່ຳ​ວັນ​ທີ 27 ເມ​ສາ, ຢູ່​ສະ​ໜາມຫຼວງ ບິ່ງ​ຖຸຍ, ເກິ່ນ​ເທີ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ແຟ​ຊັນ “​ແມ່​ນ້ຳ​ລຳ​ແຊ​ຢູ່​ເຂດ​ທາງ​ທິດ​ຕ​າ​ເວັນ​ຕົກ”. ລາຍ​ການ​ໄດ້​ຈັດ​ເປັນ​ສາມ​ພາກຫຼັກ, ສ້າງ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ເຂດ​ມໍ​ລະ​ດົກ​ໃຫ້​ແກ່​ຜູ້​ຊົມ. ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ດົນ​ຕີ, ການ​ຟ້ອນ ແລະ ແຟ​ຊັນ​​ແມ່ນ​ຈຸດ​ພົ້ນ​ເດັ່ນ​ດ້ານ​ສິ​ລະ​ປະ​​ຂອງລາຍ​ການ. ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ມີ​ຄວາມ​ມຸ່ງ​ຫວັງ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ວັດ​ທະ​ນະ​ທຳ, ຊາວ​ເກິ່ນ​ເທີ​ເວົ້າ​ສະ​ເພາະ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ເວົ້າ​ລວມ, ພ້ອມ​ທັງ, ເປີດ​ທິດ​ເຂົ້າ​ເຖິງ​ໃໝ່​ໃນ​ການ​ຂຸດ​ຄົ້ນ​ຄຸນ​ຄ່າ​ທາງ​ດ້ານ​ມໍ​ລະ​ດົກ​ຜ່ານ​ບັນ​ດາ​ຮູບ​ແບບ​ສິ​ລະ​ປະ​​ທັນ​ສະ​ໄໝ, ຮັບ​ໃຊ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top