• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ລະ​ດູ​ບານ​ໃໝ່​ເອ​ກະ​ພາບ”

ລາຍການສະແດງສິລະປະລວມມີສາມພາກ. ພາກທີ 1 “ຄວາມເຈັບປວດເມື່ອປະເທດຖືກຕັດແຍກ ແລະ ເສັ້ນທາງເປັນເອກະພາບ”, ພາກທີ 2 “ລະດູບານໃໝ່ແຫ່ງສັນຕິພາບ”, ພາກທີ 3 “ລະດູບານໃໝ່ຂອງສັງກາດໃໝ່” ເຊິ່ງສະແດງໃຫ້ເຫັນຄວາມໝາຍ, ຂອບຂະໜາດອັນຍິ່ງໃຫຍ່, ຄຸນຄ່າທີ່ໃຫຍ່ຫຼວງຂອງມະຫາໄຊລະດູບານໃໝ່ 1975.
ລາຍການສະແດງສິລະປະພິເສດ “ລະດູບານໃໝ່ເອກະພາບ”

ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ຕອນຄ່ຳວັນທີ 29 ເມສາ, ຢູ່ສວນສາທາລະນະ ຊ້າງຕ້າວ, ຕາແສງ ຖູທຽມ, ນະຄອນ ຖູດຶກ, ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ “ລະດູບານໃໝ່ເອກະພາບ”. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ, ທ່ານປະທານປະເທດ ເລື່ອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມລາຍການ.

ລາຍການສະແດງສິລະປະລວມມີສາມພາກ. ພາກທີ 1 “ຄວາມເຈັບປວດເມື່ອປະເທດຖືກຕັດແຍກ ແລະ ເສັ້ນທາງເປັນເອກະພາບ”, ພາກທີ 2 “ລະດູບານໃໝ່ແຫ່ງສັນຕິພາບ”, ພາກທີ 3 “ລະດູບານໃໝ່ຂອງສັງກາດໃໝ່” ເຊິ່ງສະແດງໃຫ້ເຫັນຄວາມໝາຍ, ຂອບຂະໜາດອັນຍິ່ງໃຫຍ່, ຄຸນຄ່າທີ່ໃຫຍ່ຫຼວງຂອງມະຫາໄຊລະດູບານໃໝ່ 1975.

ສະຫຼັບລະຫວ່າງບັນດາລາຍການສະແດງສິລະປະແມ່ນບັນດາສາກສະແດງການເຄື່ອນໄຫວ, ສາລະຄະດີກ່ຽວກັບວັນທີ 30 ເມສາ 1975, ເລື່ອງລາວກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດເມື່ອວັນທີ 30 ເມສາ, ຜົນງານຂອງປະເທດຊາດພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ.

(ແຫຼ່ງຄັດຈາກ VOV)

ເສັ້​ນທາງ​ໄປ​ສູ່​ສັນ​ຕິ​ພາບ

ເສັ້​ນທາງ​ໄປ​ສູ່​ສັນ​ຕິ​ພາບ

ກ່ອນນີ້ 50 ປີ ຄືວັນທີ 30 ເມສາ ປີ 1975 ທຸງຂອງກອງທັບປົດປ່ອຍໄດ້ປິວສະປັດຢູ່ທຳນຽນ ດົກເລິບ ແປວ່າ ທຳນຽມເອກະລາດຢູ່ ໄຊງ່ອນ ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ ເຊິ່ງເປັນຂີດໝາຍບັ້ນຮົບ ໂຮ່ຈີມິນ ໄດ້ຮັບໄຊຊະນະຢ່າງສົມບູນ ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ. ຫວນຄືນ 50 ປີທີ່ຜ່ານມາຊາວ ຫວຽດນາມ ຕ່າງກໍ່ມີຄວາມເອກກ້າງທະນົງໃຈດ້ວຍບັນດາວິລະກຳທີ່ລືຊາຜາກົດ ໄດ້ເຮັດໃຫ້ໂລກສັ່ນສະເທືອນ ເປີດຍຸກໃໝ່ ເຊິ່ງແມ່ນຍຸກສະໄໝ ໂຮ່ຈີມິນ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ. ເພື່ອເປັນການສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ ວິທະຍຸກະຈາຍສຽງ ຫວຽດນາມ ຂໍແນະນຳລາຍການປະຈາຍສຽງພິເສດ ດ້ວຍຫົວຂໍ້ “ເສັ້ນທາງໄປສູ່ສັນຕິພາບ”.

Top