• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ພົບ​ປະ​ມິດ​ຕະ​ພາບ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ປີ 2022

ລາຍການພົບປະມິດຕະພາບ ຊາວໜຸ່ມຫວຽດນາມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບ ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຈະດຳເນີນຢູ່ບາງແຂວງ, ນະຄອນຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 18 ກັນຍາ ປີ 2022
  ພາບປະກອບ  

ລາຍການແມ່ນເຫດການການເມືອງສຳຄັນ, ແທດຈິງຂອງໄວໜຸ່ມສອງປະເທດ ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ, ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສອງປະເທດຫວນຄືນມູນເຊື້ອຮ່ວມສຳພັນສູ້ຮົບພິເສດ, ການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະຕໍ່ສູ້ຍາດເອົາເອກະລາດ ແລະ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ໃນບັນດາການເຄື່ອນໄຫວຂອງລາຍການລວມມີ: ພິທີໄຂການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ, ກອງປະຊຸມສຳມະນາ “ແນວຄິດຂອງປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ກັບຊາວໜຸ່ມ ຫວຽດນາມ - ລາວ”…ນອກຈາກນັ້ນ, ບັນດາຜູ້ແທນຈະໄດ້ເຂົ້າຢ້ຽມຊົມບັນດາເຂດປູຊະນີຍະສະຖານປະຫວັດສາດ ທີ່ຕິດພັນກັບການພົວພັນຫວຽດນາມ - ລາວ, ບັນດາສະຖານທີ່ວັດທະນະທຳຂອງ ຫວຽດນາມ ແລະ ກິດຈະກຳອື່ນອີກ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top