• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການ “ມອບຄອມພິວເຕີໃຫ້ນ້ອງ” ປຸກລະດົມການເລ້ຍລາຍເງິນໄດ້ 100 ຕື້ດົ່ງ

      ພາຍຫຼັງຜັນຂະຫຍາຍມາໄດ້ໜຶ່ງເດືອນ, ຂະແໜງການສຶກສາປຸກລະດົມການເລ້ຍລາຍເງິນໄດ້ 100 ຕື້ດົ່ງ ແລະ ອຸປະກອນຮັບໃຊ້ໃຫ້ແກ່ການສຶກສາຮ່ຳຮຽນຂອງນັກຮຽນໃນເຂດເກີດໂລກແຜ່ລະບາດໄດ້ຫຼາຍພັນຢ່າງ.
ພິທີມອບ - ຮັບເຄື່ອງຊ່ວຍເຫຼືອຂອງລາຍການ “ມອບຄອມພິວເຕີໃຫ້ນ້ອງ” ຄັ້ງທຳອິດ (ພາບ: tuoitrethudo.com.vn)
      ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ແລະ ອົງການກຳມະບານຂະແໜງການສຶກສາ ຫວຽດນາມ ໄດ້ຈັດຕັ້ງພິທີມອບ - ຮັບເຄື່ອງຊ່ວຍເຫຼືອຂອງລາຍການ “ມອບຄອມພິວເຕີໃຫ້ນ້ອງ” ຄັ້ງທຳອິດ. ພາຍຫຼັງຜັນຂະຫຍາຍມາໄດ້ໜຶ່ງເດືອນ, ຂະແໜງການສຶກສາປຸກລະດົມການເລ້ຍລາຍເງິນໄດ້ 100 ຕື້ດົ່ງ ແລະ ອຸປະກອນຮັບໃຊ້ໃຫ້ແກ່ການສຶກສາຮ່ຳຮຽນຂອງນັກຮຽນໃນເຂດເກີດໂລກແຜ່ລະບາດໄດ້ຫຼາຍພັນຢ່າງ. ປັດຈຸບັນ, ລາຍການດັ່ງກ່າວພວມຜັນຂະຫຍາຍຢູ່ບັນດາແຂວງ, ນະຄອນ ແລະ ມະຫາວິທະຍາໄລແຫ່ງຕ່າງໆ.
        ພາຍຫຼັງພິທີຕ້ອນຮັບ, ຄະນະຮັບຜິດຊອບ ໄດ້ຈັດແບ່ງເງິນ, ອຸປະກອນການຮຽນທາງອອນລາຍທັງໝົດໃຫ້ແກ່ບັນດາທ້ອງຖິ່ນ ແລະ ນັກຮຽນ ຢ່າງວ່ອງໄວ ແລະ ມີປະສິດທິຜົນ. ກະຊວງສຶກສາ ແລະ ກໍ່ສ້າງໃຫ້ຮູ້ວ່າ ຂະແໜງສຶກສາຈະຜັນຂະຫຍາຍໃນໄລຍະຈະມາເຖິງ ມຸ່ງໄປເຖິງເປົ້າໝາຍສະໜອງອຸປະກອນການຮຽນທີ່ມີຄຸນນະພາບໄດ້ມາດຕະຖານໃຫ້ນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ 1,2 ລ້ານຄົນ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການໃນການຮຽນ - ການສອນທາງອອນລາຍ ເທົ່ານັ້ນ ແຕ່ຍັງມຸ່ງໄປເຖິງເປົ້າໝາຍຫັນສັງຄົມເປັນດີຈີຕອນ ແລະ ຄືດັ່ງໃນລາຍການ “ມອບສັນຍານອິນເຕີແນັດ ແລະ ຄອມພິວເຕີໃຫ້ນ້ອງ” ໂດຍທ່ານນາຍົກລັດຖະມົນຕີປຸກລະດົມ.
(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top