• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງສິລະປະຂ່ຳນັບຊົມເຊີຍຜົນສຳເລັດຂອງກອມປະຂຸມໃຫຍ່ຄັ້ງທີ 12 ຂອງພັກ


ລາຍການ ຄວາມເຊື່ອໝັັ້ນຕໍ່ພັກຕະຫຼອດໄປ
(
ພາບ: tapchicongsan)
      ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ​ແລະ ວັນ​ສ່າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (03/02/1930 - 03/02/2016), ຕອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016, ຕອນ​ຄ່ຳ​ວັນ​ທີ 30/01, ຢູ່​ຮ່າ​ໂນ້ຍ, ພະ​ແນກ​ບັນ​ນາ​ທິ​ການວາ​ລະ​ສານກອມ​ມູ​ນິດ, ​ໂທ​ລະ​ພາບ​ຫວຽດ​ນາມ ໄດ້​ຈັດ​ລາຍ​ການ​ສິ​ລະ​ປະ “ຄວາມ​ເຊື່ອ​ໝັັ້ນ​ຕໍ່​ພັກ​ຕະ​ຫຼອດ​ໄປ”. ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ ຫວູ​ວັນ​ຟຸກ, ຜູ​້​ອຳ​ນວຍ​ການ​ໃຫຍ່​ວາ​ລະ​ສານກອ​ມ​ມູ​ນິດ​ ເນັ້ນ​ໜັກ​ວ່າ.
      “ປະ​ເທດ​ຫວຽດ​ນາມ ພວມຢ​ືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ທີ່​ຍິ່ງ​ໃຫຍ່, ພ້ອມ​ທັງ​ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ແຕ່​ດ້ວຍ​ບົດ​ຮຽນ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ເປັນ​ປະ​ຖົມ​ປັດ​ໃຈ, ​ພາຍ​ໃຕ້​ກຳນົດ​ທິດ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ດ້ວຍ​ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງໃສ ແລະ ປ່ຽນ​ໃໝ່​ຢ່າງ​ບໍ​່​ຢຸດຢັ້ງ​ຂອງ​ພັກ​ກອມ​ມູນ​ິ​ຫວຽດ​ນາມ, ດ້ວຍ​ມູນ​ເຊື້ອ​ຊາ​ມັກ​ຄີ, ນ້ຳ​ໃຈຮັກ​ຊາດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົ​ນ​ຫວຽດ​ນາມ ​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້​ນ​ຢ່າງ​ແນວ​ແນ່​ວ່າ, ຫວຽດ​ນາມ ຈະ​ນຳ​ໃຊ້​ກາ​ລະ​ໂອ​ກາດ​ຜ່ານ​ຜ່າ​ທຸກ​ຄ​ວາມ​ຫຍຸ້ງ​ຍາກ, ສິ່ງ​ທ້​າ​ທາຍ​ເພື່ອ​ສືບ​ຕໍ່​ກ້າວ​ຂຶ້ນ​ເສັ້ນ​ທາງ​ສ້າງ​ປະ​ເທດ​ຫວຽດ​ນາມ​ ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.”
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top