• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ Shawn Perry Steil ປະ​ຈຳ ຫວຽດ​ນາມ

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Shawn Perry Steil ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ການາດາປະຈຳຫວຽດນາມ ຄົນໃໝ່, ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ວຽກງານທາງການທູດ ຢູ່ ຫວຽດນາມ.

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Shawn Perry Steil ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ການາດາປະຈຳຫວຽດນາມ ຄົນໃໝ່, ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ວຽກງານທາງການທູດ ຢູ່ ຫວຽດນາມ.

    

ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບທ່ານ Shawn Perry Steil ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ການາດາປະຈຳຫວຽດນາມ ຄົນໃໝ່

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມເນັ້ນໜັກວ່າ, ໄລຍະຜ່ານມາ, ການພົວພັນຮ່ວມມືດ້ານການປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍລະຫວ່ງກະຊວງຕຳຫຼວດ ແລະ ບັນດາອົງການຄູ່ຮ່ວມມືການາດາເຂົ້າສູ່ລວງເລິກ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າກ່ຽວກັບການຮ່ວມມືດ້ານການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຝຶກອົບຮົມ, ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ. ເພື່ອຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ການາດາເວົ້າລວມ ແລະ ການພົວພັນຮ່ວມມືດ້ານວິຊາການປ້ອງກັນຄວາມສະຫງົບ, ໃຫ້ຫຼາຍກ່ວາອີກ, ການປະຕິບັດກົດໝາຍເວົ້າສະເພາະ ໃຫ້ສົມກັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໃນໄລຍະຈະມາເຖິງ, ທ່ານ ໂຕເລິມສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ການາດາ, ຕຳຫຼວດລາຊະອານາຈັກ ການາດາ ແລະ  ຊ່ອງທາງຮ່ວມມືສອງຝ່າຍ, ຫຼາຍຝ່າຍເພື່ອແນໃສ່ແລກປ່ຽນຂໍ້ມູນຮັບໃຊ້ວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ກວດກາ, ແກ້ໄຂເຫດການຢ່າງລະອຽດ.

        ສ່ວນທ່ານ ເອກອັກຄະລັດຖະທູດ Shawn Perry Steil ຢັ້ງຢືນວ່າ ການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ການາດາໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນສົມທົບກັນປະຕິບັດງານລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງການາດາຈະສືບຕໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top