ຂ່າວສານ
ລັດເຊຍ ພ້ອມແລ້ວທີ່ຈະເຊື່ອມຕໍ່ການຮ່ວມມືທາງດ້ານພະລັງງານກັບ ເອີຣົບ ບົນພື້ນຖານສະຖຽນລະພາບ, ຍາວນານ
ເຖິງຢ່າງໃດກໍຕາມ, ລັດເຊຍ ຕ້ອງການບັນດາສັນຍານທີ່ຈະແຈ້ງສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ແລະ ປະເທດກ່ຽວຂ້ອງມີຄວາມປາດຖະໜາຢາກສ້າງສາຍພົວພັນຮ່ວມມືແບບຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແທ້ຈິງ.
ກໍໃນການຜັນແປທີ່ກ່ຽວຂ້ອງ, ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມພິຈາລະນາຄວາມສາມາດຜ່ອນຜັນຄຳສັ່ງລົງໂທດນ້ຳມັນບໍ່ຈຳນວນໜຶ່ງສຳລັບ ລັດເຊຍ ເພື່ອແນໃສ່ເພີ່ມທະວີແຫຼ່ງສະໜອງພະລັງງານທົ່ວໂລກ, ໃນສະພາບລາຄານ້ຳເພີ່ມຂຶ້ນຢ່າງແຮງ ຍ້ອນການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ.








