• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກັບ ຢູ​ແກຼນ

ລັດເຊຍ ພວມຊອກຫາຂໍ້ຕົກລົງຮອບດ້ານໃນການເຈລະຈາກັບ ຢູແກຼນ. ຕາມທ່ານແລ້ວ, ຖ້າຫາກວ່າບໍ່ມີຂໍ້ຕົກລົງນີ້, ເລື່ອງກ້າວໄປເຖິງການເຫັນດີເປັນເອກະພາບແມ່ນສິ່ງທີ່ບໍ່ອາດເກີດຂຶ້ນໄດ້ ແລະ Kiev ພວມຊອກຫາວິທີເພື່ອແກ່ຍາວວິວັດທະນາການເຈລະຈາ.

ທ່ານ Vladimir Medinsky ຫົວໜ້າຄະນະນັກເຈລະຈາ ລັດເຊຍ (ພາບ: AFP/TTXVN)

ວັນທີ 25 ມີນາ, ທ່ານ Vladimir Medinsky ຫົວໜ້າຄະນະນັກເຈລະຈາ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ພວມຊອກຫາຂໍ້ຕົກລົງຮອບດ້ານໃນການເຈລະຈາກັບ ຢູແກຼນ. ຕາມທ່ານແລ້ວ, ຖ້າຫາກວ່າບໍ່ມີຂໍ້ຕົກລົງນີ້, ເລື່ອງກ້າວໄປເຖິງການເຫັນດີເປັນເອກະພາບແມ່ນສິ່ງທີ່ບໍ່ອາດເກີດຂຶ້ນໄດ້ ແລະ Kiev ພວມຊອກຫາວິທີເພື່ອແກ່ຍາວວິວັດທະນາການເຈລະຈາ.

        ກ່ອນໜ້ານັ້ນ, ທ່ານ Vladimir Medinsky ແຈ້ງໃຫ້ຊາບວ່າ ໃນການເຈລະຈາຮອບຕ່າງໆລະຫວ່າງ ລັດເຊຍ ແລະ ຢູແກຼນ ໂອກາດບັນລຸໄດ້ຄວາມຄືບໜ້າແມ່ນໜ້ອຍທີ່ສຸດໃນບັນຫາສຳຄັນ. ເຖິງຢ່າງໃດກໍຕາມ, ສອງຝ່າຍກໍ່ພວມຫຍັບເຂົ້າໃກ້ກັບຄວາມເຫັນດີເຫັນພ້ອມໃຫ້ບາງບັນຫາ. ກໍຕາມທ່ານແລ້ວ, ສອງຝ່າຍຈະສືບຕໍ່ເຈລະຈາໃນວັນທີ 26 ມີນາ.

        ປັດຈຸບັນ, ລັດເຊຍ ແລະ ຢູແກຼນ ພວມມຸ່ງໄປເຖິງການປຶກສາຫາລືຕາມຮູບການທາງໄກ ເຊິ່ງກ່ຽວຂ້ອງເຖິງລະບຽບການເປັນກາງຂອງ ຢູແກຼນ ພາຍຫຼັງການເຈລະຈາໂດຍກົງໄດ້ດຳເນີນມາຫຼາຍຄັ້ງຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ຢູແກຼນ. ໄລ່ມາຮອດປັດຈຸບັນ, ລັດເຊຍ ແລະ ຢູແກຼນ ຍັງບໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບບັນຫາລະອຽດໃດໜຶ່ງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top