• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ກ່​າວເຕືອ​ນ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວກັບ​ຈຸດ​ປະ​ສົງ​​ຮິບ​ເອົາ​ຊັບ​ສິນ​ຂອງ​ປະ​ເທດນີ້

ທ່ານ Dmitry Peskov ໃຫ້ຮູ້ວ່າ: ບັນດາການປຶກສາຫາລືກ່ຽວກັບຫົວເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ໄດ້ເຕື້ອງເຖິງເປັນປະຈຳຢູ່ທັງ ເອີລົບ ແລະ ອາເມລິກາ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: AFP/TTXVN)

ລັດເຊຍ ບໍ່ຮັບຮູ້ເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ແລະ ສິ່ງດັ່ງກ່າວມີຄວາມອັນຕະລາຍທີ່ສຸດ ແກ່ລະບົບການເງິນໂລກ. ນີ້ແມ່ນຄຳຖະແຫຼງຂອງທ່ານ Dmitry Peskov ໂຄສົກວັງ Kremlin ເມື່ອວັນທີ 22 ທັນວາ.

ທ່ານ Dmitry Peskov ໃຫ້ຮູ້ວ່າ: ບັນດາການປຶກສາຫາລືກ່ຽວກັບຫົວເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ໄດ້ເຕື້ອງເຖິງເປັນປະຈຳຢູ່ທັງ ເອີລົບ ແລະ ອາເມລິກາ. ຕາມທ່ານແລ້ວ, ຫົວເລື່ອງນີ້ບໍ່ສາມາດຮັບຮູ້ໄດ້ ແລະ ຖ້າໄດ້ປະຕິບັດ ຈະແມ່ນ “ບາດຄ້ອນ” ທີ່ຮ້າຍແຮງໃຫ້ແກ່ ລະບົບການເງິນໂລກ. ຕາມທ່ານແລ້ວ, ອີຢູ ແລະ ອາເມລິກາ ລ້ວນແຕ່ໄດ້ເຂົ້າໃຈວ່າ, ເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ຈະມີຜົນຕາມມາດ້ານນິຕິກຳ ສຳລັບຜູ້ທີ່ລິເລີ່ມ ແລະ ປະຕິບັດ. ລັດເຊຍ ກໍ່ຈະມີມາດຕະການໂຕ້ຕອບເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top