ຂ່າວສານ ລັດເຊຍເລີ່ມສ້າງຕັ້ງຄະນະເຈລະຈາກັບ ອາເມລິກາ ກ່ຽວກັບການປະທະກັນກັບຢູແກຼນ 14/02/2025 ທ່ານ Dmitry Peskov ໂຄສົກວັງKremlin ໄດ້ຢັ້ງຢືນວ່າ ລັດເຊຍ ໄດ້ເລີ່ມສ້າງຕັ້ງ ຄະນະເຈລະຈາກັບ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ. ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)ວັນທີ 13 ກຸມພາ, ທ່ານ Dmitry Peskov ໂຄສົກວັງKremlin ໄດ້ຢັ້ງຢືນວ່າ ລັດເຊຍ ໄດ້ເລີ່ມສ້າງຕັ້ງ ຄະນະເຈລະຈາກັບ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ. ການກະທຳນີ້ໄດ້ດຳເນີນພາຍຫຼັງ ການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ໄດ້ດຳເນີນໃນວັນທີ 12 ກຸມພາ ເຊິ່ງປຶກສາຫາລືກ່ຽວກັບການຢຸດຕິສົງຄາມຢູ່ຢູແກຼນ, ການພົວພັນສອງຝ່າຍ ແລະ ບາງບັນຫາອື່ນໆ, ໃນນັ້ນເຫັນດີເປັນເອກະພາບສືບຕໍ່ຕິດຕໍ່ພົວພັນ ແລະ ຈະຈັດການພົບປະໂດຍກົງຄັ້ງໜຶ່ງ. ເຖິງວ່າຍັງບໍ່ທັນປະກາດຂໍ້ມູນກ່ຽວກັບບັນດາສະມາຊິກຂອງກຸ່ມເຈລະຈາ, ແຕ່ທ່ານ Peskov ກໍ່ເນັ້ນໜັກວ່າ ເຖິງວ່າຍັງບໍ່ທັນກຳນົດເວລາຈັດການພົບປະໂດຍກົງລະຫວ່າງການນຳສອງທ່ານ, ແຕ່ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບວ່າ ອາດສາມາດບັນລຸໄດ້ມາດຕະການແກ້ໄຂຜ່ານການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ຍັງໄວເກີນໄປທີ່ຈະປຶກສາຫາລືເຖິງການເຂົ້າຮ່ວມຂອງບັນດາປະເທດ ເອີລົບໃນການເຈລະຈານີ້. (ແຫຼ່ງຄັດຈາກ VOV)

ທ່ານ Dmitry Peskov ໂຄສົກວັງKremlin ໄດ້ຢັ້ງຢືນວ່າ ລັດເຊຍ ໄດ້ເລີ່ມສ້າງຕັ້ງ ຄະນະເຈລະຈາກັບ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ. ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)ວັນທີ 13 ກຸມພາ, ທ່ານ Dmitry Peskov ໂຄສົກວັງKremlin ໄດ້ຢັ້ງຢືນວ່າ ລັດເຊຍ ໄດ້ເລີ່ມສ້າງຕັ້ງ ຄະນະເຈລະຈາກັບ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ ຢູແກຼນ. ການກະທຳນີ້ໄດ້ດຳເນີນພາຍຫຼັງ ການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ໄດ້ດຳເນີນໃນວັນທີ 12 ກຸມພາ ເຊິ່ງປຶກສາຫາລືກ່ຽວກັບການຢຸດຕິສົງຄາມຢູ່ຢູແກຼນ, ການພົວພັນສອງຝ່າຍ ແລະ ບາງບັນຫາອື່ນໆ, ໃນນັ້ນເຫັນດີເປັນເອກະພາບສືບຕໍ່ຕິດຕໍ່ພົວພັນ ແລະ ຈະຈັດການພົບປະໂດຍກົງຄັ້ງໜຶ່ງ. ເຖິງວ່າຍັງບໍ່ທັນປະກາດຂໍ້ມູນກ່ຽວກັບບັນດາສະມາຊິກຂອງກຸ່ມເຈລະຈາ, ແຕ່ທ່ານ Peskov ກໍ່ເນັ້ນໜັກວ່າ ເຖິງວ່າຍັງບໍ່ທັນກຳນົດເວລາຈັດການພົບປະໂດຍກົງລະຫວ່າງການນຳສອງທ່ານ, ແຕ່ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບວ່າ ອາດສາມາດບັນລຸໄດ້ມາດຕະການແກ້ໄຂຜ່ານການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ຍັງໄວເກີນໄປທີ່ຈະປຶກສາຫາລືເຖິງການເຂົ້າຮ່ວມຂອງບັນດາປະເທດ ເອີລົບໃນການເຈລະຈານີ້.
ບັນດາບົດຕໍ່ໄປ ອັດກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 1512/12/2025ຂ່າວສານພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ. ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ12/12/2025ຂ່າວສານທ່ານ Donald Trump ໂອ້ລົມທາງໂທລະສັບກັບການນຳ ອັງກິດ, ຝລັ່ງ, ເຢຍລະມັນ ກ່ຽວກັບການປະທະກັນ ຢູແກຼນ12/12/2025ຂ່າວສານຫວຽດນາມ ເຄົາລົບນັບຖືການໜູນຊ່ວຍຢ່າງທັນການຂອງກອງທຶນຊ່ວຍເຫຼືອສຸກເສີນ ຂຶ້ນກັບ ສປຊ12/12/2025ຂ່າວສານສະພາແຫ່ງຊາດ ຫວຽດນາມ ຊຸດທີ XV – ການປ່ຽນແປງໃໝ່ລະບອບລະບຽບການ, ເປີດທາງໃຫ້ແກ່ສັງກາດພັດທະນາໃໝ່12/12/2025ຂ່າວສານການແລກປ່ຽນການຄ້າເຂດຊາຍແດນ ຫວຽດນາມ - ກຳປູເຈຍ ບັນລຸ 6 ຕື້ USD ໃນປີນີ້12/12/2025ຂ່າວສານກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ12/12/2025ຂ່າວສານ ອ່ານເພີ່ມ