ຂ່າວສານ ລັດຖະສະພາເອີຣົບ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນການປ່ອຍອາຍພິດ ແລະ ເພີ່ມເນື້ອທີ່ປ່າ 16/03/2023 ວັນທີ 14 ມີນາ, ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໃນບາງຂົງເຂດ ແລະ ເພີ່ມທະວີລະບົບນິເວດທຳມະຊາດດູດເອົາທາດ ດີໂອຊິດກາກບອນ ດ້ວຍຈຳນວນບັດສະໜັບສະໜູນກວມເປັນສ່ວນຫຼາຍ. ອີຢູ ວາງເປົ້າໝາຍ ເພີ່ມເນື້ອທີປ່າ (ພາບ: Reuters)ຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນ 2 ໃນຈຳນວນບັນດາຮ່າງກົດໝາຍສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອົງການນິຕິບັນຍັດ ເອີຣົບ ພິຈາລະນາ, ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງ 27 ປະເທດສະມາຊິກ ອີຢູ ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990. ລະອຽດ, ຮ່າງກົດໝາຍສະບັບທີໜຶ່ງ ໄດ້ວາງເປົ້າໝາຍຮອດປີ 2030, ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກ ອີຢູ ໃນຂົງເຂດ ຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ຕຶກອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຈະຫຼຸດລົງ 40% ເມື່ອທຽບໃສ່ລະດັບຂອງປີ 2005. ໃນຂະນະນັ້ນ, ຮ່າງກົດໝາຍສະບັບທີສອງ ສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆທີ່ສາມາດດູດເອົາທາດດີໂອຊິດກາກບອນຈາກຫຼືບອາກາດຫຸ້ມໜ່ວຍໂລກ. ຮ່າງກົດໝາຍສະບັບນີ້ ວາງເປົ້າໝາຍ ຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບດີໂອຊິດກາດບອນປະມານ 310 ລ້ານໂຕນ ໃນປີ 2030, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ. ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາ, ບັນດາປະເທດກໍຈະດຳເນີນການພິຈາລະຈາ ແລະ ປ່ອນບັດໃນຊຸມເດືອນຈະມາເຖິງ. (ແຫຼ່ງຄັດຈາກ VOV)

ວັນທີ 14 ມີນາ, ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໃນບາງຂົງເຂດ ແລະ ເພີ່ມທະວີລະບົບນິເວດທຳມະຊາດດູດເອົາທາດ ດີໂອຊິດກາກບອນ ດ້ວຍຈຳນວນບັດສະໜັບສະໜູນກວມເປັນສ່ວນຫຼາຍ. ອີຢູ ວາງເປົ້າໝາຍ ເພີ່ມເນື້ອທີປ່າ (ພາບ: Reuters)ຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນ 2 ໃນຈຳນວນບັນດາຮ່າງກົດໝາຍສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອົງການນິຕິບັນຍັດ ເອີຣົບ ພິຈາລະນາ, ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງ 27 ປະເທດສະມາຊິກ ອີຢູ ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990. ລະອຽດ, ຮ່າງກົດໝາຍສະບັບທີໜຶ່ງ ໄດ້ວາງເປົ້າໝາຍຮອດປີ 2030, ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກ ອີຢູ ໃນຂົງເຂດ ຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ຕຶກອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຈະຫຼຸດລົງ 40% ເມື່ອທຽບໃສ່ລະດັບຂອງປີ 2005. ໃນຂະນະນັ້ນ, ຮ່າງກົດໝາຍສະບັບທີສອງ ສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆທີ່ສາມາດດູດເອົາທາດດີໂອຊິດກາກບອນຈາກຫຼືບອາກາດຫຸ້ມໜ່ວຍໂລກ. ຮ່າງກົດໝາຍສະບັບນີ້ ວາງເປົ້າໝາຍ ຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບດີໂອຊິດກາດບອນປະມານ 310 ລ້ານໂຕນ ໃນປີ 2030, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ. ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາ, ບັນດາປະເທດກໍຈະດຳເນີນການພິຈາລະຈາ ແລະ ປ່ອນບັດໃນຊຸມເດືອນຈະມາເຖິງ.
ບັນດາບົດຕໍ່ໄປ ອາເມລິກາ - ເວເນຊູເອລາ ປຶກສາຫາລືຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບ08/01/2026ຂ່າວສານຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ. ເວທີປາໄສເສດຖະກິດສະວິດ - ຫວຽດນາມ ມີຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ 14 ຂອງພັກ08/01/2026ຂ່າວສານຝລັ່ງ, ອັງກິດ ແລະ ຢູແກຼນ ລົງນາມໃນຖະແຫຼງການກ່ຽວກັບການຜັນຂະຫຍາຍກຳລັງນານາຊາດພາຍຫຼັງຢຸດຍິງ08/01/2026ຂ່າວສານນະຄອນ ໂຮ່ຈີມິນ ລະດົມໄດ້ຈຳນວນເງິນເກືອບ 800.000 USD ເພື່ອເບິ່ງແຍງບຸນປີໃໝ່ປີມະເມຍໃຫ້ແກ່ຄົນທຸກຍາກ08/01/2026ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງສຸມໃສ່ນຳພາ, ແຫຼ່ງກຳລັງໃຫ້ແກ່ບັນດາໂຄງການທາງລົດໄຟ08/01/2026ຂ່າວສານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ໜູນຊ່ວຍວັດຖຸອຸປະກອນທີ່ຈຳເປັນໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ08/01/2026ຂ່າວສານເລຂາທິການໃຫຍ່ ໂຕເລິມ: ປຸກລຸກຄວາມມຸ່ງຫວັງບືນຕົວຂຶ້ນຂອງຊາດ ດ້ວຍພູມປັນຍາ ແລະ ຫົວຄິດປະດິດສ້າງ08/01/2026ຂ່າວສານ ອ່ານເພີ່ມ