• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ຈີນ ພົບ​ປະ​ກັນ​ຢູ່ນອກ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ວັນທີ 27 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ພົບປະກັນຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ.
  ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: Reuters)  
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ທ່ານໄດ້ເຕື້ອງເຖິງບັນດາການກະທຳ ອັນຕະລາຍ ແລະ ກໍ່ຄວາມຂາດສະຖຽນລະພາບຂອງຈີນ ຢູ່ທະເລຕາເວັນອອກ ແລະ ປຶກສາຫາລືການປັບປຸງການຕິດຕໍ່ພົວພັນລະຫວ່າງກອງທັບ ສອງປະເທດ. ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາມາດຕະການສະກັດກັ້ນການຂົນສົ່ງ Fentanyl ເຂົ້າອາເມລິກາ ກໍ່ຄືບັນດາຄວາມສ່ຽງຈາກປັນຍາບັນດິດ (AI). ເຖິງຢ່າງໃດກໍຕາມ ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony ອາເມລິກາ ແລະ ຈີນ ໂດຍແມ່ນສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ມີຄວາຂັດແຍ້ງກັນຫຼາຍຢ່າງໃນນັ້ນມີການປະທະກັນຢູ່ ຢູແກຼນ ແລະ ເຂດກາຊາ, ອາເມລິກາ ໄດ້ຈຳກັດການສົ່ງອອກຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າໄປຍັງ ຈີນ. ການພົວພັນລະຫວ່າງສອງປະເທດຫຼຸດລົງໃນປີ 2023 ເມື່ອ ໜ່ວຍບາລູນຂອງຈີນ ບິນເຂົ້າດິນແດນຂອງອາເມລິກາ ແລະ ຖືກຍິງຕົກ. ເຖິງຢ່າງໃດກໍຕາມ, ສອງປະເທດຍັງຮັກສາບັນດາຊ່ອງທາງຕິດຕໍພົວພັນ ໃນຄວາມມະນະພະຍາຍາມຫຼີກລ້ຽງການຂັດແຍ້ງກັນຕົກເຂົ້າສູ່ສະພາບການເກີດປະທະກັນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top