• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 55 ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ວັນທີ 03 ສິງຫາ, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີບາງການພົບປະສອງຝ່າຍທີ່ສຳຄັນ.
  ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ Nanaia Mahuta  

ທີ່ການພົບປະກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ Nanaia Mahuta, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຜັນຂະຫຍາຍບັນດາກົນໄກປະຈຳປີ; ນຳການຮ່ວມມືດ້ານເສດຖະກິດບັນລຸການເຕີບໂຕສະເລ່ຍ 20% ຕໍ່ປີ ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ, ຟື້ນຟູບັນດາຂົງເຂດຮ່ວມມືຄືການສຶກສາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ… ພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມ. ທ່ານນາງ ລັດຖະມົນຕີ  Nanaia Mahuta ຢັ້ງຢືນວ່າ ນິວຊີແລນ ຈະຮັກສາບ້ວງໜູນຊ່ວຍພັດທະນາຕົ້ນຕໍ (ODA), ທຶນການສຶກສາໃຫ້ແກ່ ຫວຽດນາມ ແລະ ເພີ່ມທະວີການຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງ.

ທີ່ການພົບປະກັບທ່ານນາງລັດຖະມົນຕີການຄ້າສາກົນ, ວິສາຫະກິດ ຂະໜາດກາງ ແລະນ້ອຍ ແລະ ສົ່ງເສີມການສົ່ງອອກ ການາດາ Mary Ng, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະເໜີໃຫ້ການາດາເພີ່ມທະວີການຮ່ວມມືໃນກົນໄກພາກພື້ນ, ໃນນັ້ນມີເວທີປາໄສຂົງເຂດອາຊຽນ, ໜູນຊ່ວຍອະນຸພາກພື້ນແມ່ນ້ຳຂອງ ພັດທະນາແບບຍືນຍົງ… ຫວຽດນາມ ຫວັງວ່າ ການາດາຈະໜູນຊ່ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາວິສາຫະກິດ ການາດາ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ.

ໃນການພົບປະລະຫວ່າງ ທ່ານລັດຖະມົນຕີ ບຸຍແທັງເຊີນ ແລະ ທ່ານນາງລັດຖະມົນຕີ ຮັບຜິດຊອບບັນຫາ ອາຊີ, ກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ Amanda Milling, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການແລກປ່ຽນການຄ້າ ແລະ ການລົງທຶນ, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ຢ່າງມີປະສິດທິຜົນກ່ວາອີກ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top