• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ: ຮັດ​ແຄບ​ໄລ​ຍະ​ຫ່າງ​ພັດ​ທະ​ນາ​ລະ​ຫວ່າງ​ຕະຫຼາດ​ຫຼັກ​ຊັບ ຫວຽດ​ນາມ ກັບ ໂລກ

ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຕະຫຼາດຫຼັກຊັບມີສະຖຽນລະພາບ, ຄວາມປອດໄພ, ປອດໃສເຂັ້ມແຂງ, ມີປະສິດທິຜົນ, ຍືນຍົງ, ເຊື່ອມໂຍງ; ກາຍເປັນຊ່ອງທາງລະດົມທຶນໄລຍະກາງ ແລະ ໄລຍະຍາວທີ່ສຳຄັນ, ສ່ວນຫຼາຍແມ່ນໃຫ້ແກ່ພື້ນຖານເສດຖະກິດ.
ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ (ພາບ: vietnamfinance.vn)

ວັນທີ 21 ກຸມພາ, ຢູ່ແຂວງ ກວ໋າງນາມ, ເມື່ອກ່າວຄຳເຫັນໃນກອງປະຊຸມຫົວເລື່ອງສະເພາະ ແລະ ກຳນົດທິດພັດທະນາຕະຫຼາດຫຼັກຊັບໃນທ່າອ່ຽງເຊື່ອມໂຍງ ໂດຍຄະນະກຳມະການຫຼັກຊັບແຫ່ງລັດ ຈັດຂຶ້ນ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຕະຫຼາດຫຼັກຊັບມີສະຖຽນລະພາບ, ຄວາມປອດໄພ, ປອດໃສເຂັ້ມແຂງ, ມີປະສິດທິຜົນ, ຍືນຍົງ, ເຊື່ອມໂຍງ; ກາຍເປັນຊ່ອງທາງລະດົມທຶນໄລຍະກາງ ແລະ ໄລຍະຍາວທີ່ສຳຄັນ, ສ່ວນຫຼາຍແມ່ນໃຫ້ແກ່ພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຮັກສາການເຕີບໂຕກ່ຽວກັບຂອບຂະໜາດ, ເປັນເຈົ້າການຍົກສູງຄຸນນະພາບ; ພັດທະນາບັນດາເຄື່ອງມືການເງິນສີຂຽວ, ການເງິນແບບຍືນຍົງ… ທ່ານລັດຖະມົນຕີ ຫງວຽນວັນຖັງ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການຫຼັກຊັບຈະຍູ້ແຮງວຽກງານຫັນເປັນດີຈີຄອນໃນຂົງເຂດຫຼັກຊັບ, ສ້າງລະບົບຄຸ້ມຄອງ, ຕິດຕາມຕະຫຼາດຕິດພັນດ້ວຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ; ເພີ່ມທະວີການຮ່ວມສຳພັນ ແລະ ເຊື່ອມໂຍງສາກົນ, ຮັດແຄບໄລຍະຫ່າງພັດທະນາລະຫວ່າງຕະຫຼາດຫຼັກຊັບ ຫວຽດນາມ ແລະ ຕະຫຼາດຫຼັກຊັບບັນດາປະເທດພັດທະນາ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top